Homeຂ່າວທ້ອງຖິ່ນຄົ້ນເຮືອນພົບຢາບ້າເຊື່ອງໃນກະຕິບເຂົ້າ 200 ກວ່າເມັດ

ຄົ້ນເຮືອນພົບຢາບ້າເຊື່ອງໃນກະຕິບເຂົ້າ 200 ກວ່າເມັດ

Published on

ວັນທີ 30 ກໍລະກົດ 2022 ເຈົ້າຫນ້າທີ່ ປກສ ເມືອງຊໍາໃຕ້ ໄດ້ ອອກກວດກາ ການສັນຈອນ ໄດ້ພົບເຫັນຊາຍທີ່ຖືກສົງໄສ 1 ຄົນ ຈຶ່ງໄດ້ຂໍກວດກາ ໃນເບື້ອງຕົ້ນພົບຢາເສບຕິດ 1 ເມັດ, ຈາກນັ້ນ ຈຶ່ງຂະຫຍາຍຜົນພົບຢາບ້າທີ່ຊຸກເຊື່ອງໃນກະຕິບເຂົ້າຕື່ມ 200 ກວ່າເມັດ.

ເຈົ້າຫນ້າທີ່ ປກສ ເມືອງຊໍາເຫນືອ ແຂວງຫົວພັນ ໃຫ້ຮູ້ວ່າ:

ໃນຂະນະກວດກາການສັນຈອນຢູ່ນັ້ນ ໄດ້ພົບຊາຍຄົນຫນຶ່ງຊາບຊື້ຕາມພາຍຫຼັງ ຄື: ທ້າວ ເສັງມົວ ອາຍຸ 33 ປີ ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ໄດ້ຂັບຂີ່ລົດຈັກບໍ່ມີທະບຽນ ມາແຕ່ບ້ານພຽງໃຫມ່ ເມືອງຊໍາໃຕ້ ມຸ່ງຫນ້າໄປສູ່ ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ມາຮອດຈຸດດັ່ງກ່າວ ເຈົ້າຫນ້າທີ່ໄດ້ເຫັນຜູ້ກ່ຽວມີພິລຸດ. ຈາກນັ້ນ, ເຈົ້າຫນ້າທີ່ຈຶ່ງໄດ້ກວດຄົ້ນຕົວຜູ້ກ່ຽວ ຜ່ານການກວດຄົ້ນຂອງ ເຈົ້າຫນ້າທີ່ໃນເບື້ອງຕົ້ນໄດ້ພົບເຫັນຢາບ້າ ຈໍານວນ 1 ເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນກະເປົາພາຍ, ຕໍ່ມາ ເຈົ້າຫນ້າທີ່ຈຶ່ງໄດ້ຈັບຕົວພ້ອມຂອງກາງຈໍານວນດັ່ງກ່າວ ມາສືບສວນ-ສອບສວນ ແລະ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ.

ມາຮອດເວລາ 8:00 ໂມງຂອງວັນດຽວກັນ, ເຈົ້າຫນ້າຈຶ່ງເຂົ້າໄປກວດຄົ້ນເຮືອນຂອງຜູ້ກ່ຽວ ແລ້ວກວດຄົ້ນພົບເຫັນຂອງກາງ ປະເພດຢາບ້າຕື່ມອີກ ຈໍານວນ 215 ເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນຕິບເຂົ້າຢູ່ໃນເຮືອນຄົວ ແລະ ອຸປະກອນການ ເສບຈໍານວນຫນຶ່ງຢູ່ໃນເຮືອນ ເຈົ້າຫນ້າທີ່ຈຶ່ງໄດ້ນໍາເອົາຂອງກາງ ແລະ ອຸປະກອນການເສບມາທີ່ກອງ ບັນຊາການ ປກສ ເມືອງຊໍາໃຕ້ ເພື່ອສືບສວນ-ສອບສວນຫາຂໍ້ມູນທີ່ໄປທີ່ມາຂອງຢາບ້າຈໍານວນດັ່ງກ່າວ.

ທ້າວ ເສັງມົວ ໄດ້ຮັບສາລະພາບວ່າ ມີຢາບ້າຈໍານວນທັງຫມົດ 216 ເມັດ ແລະ ອຸປະກອນການເສບ ແມ່ນຂອງຜູ້ກ່ຽວແທ້ ໄດ້ຊື້ນໍາບຸກຄົນທີ່ບໍ່ຮູ້ຊື່ມາໄວ້ເພື່ອເສບ ແລະ ຈໍາຫນ່າຍ, ຈາກນັ້ນ ເຈົ້າຫນ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນໍາສົ່ງຕົວຜູ້ກ່ຽວພ້ອມທັງເຄື່ອງຂອງກາງໃຫ້ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຫົວພັນ ດໍາເນີນຄະດີຕໍ່ເພື່ອສືບສວນຫາກຸ່ມແກ້ງຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບ ກົດຫມາຍ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...