spot_img
Homeຂ່າວພາຍ​ໃນປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດການບິນລາວ

ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດການບິນລາວ

Published on

ວັນທີ 18 ສິງຫາ 2022 ທີ່ສະຫນາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດການບິນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການ ່ ສູນກາງພັກ, ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ກົງຄໍາ ສິດທິມໍລະດາ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ສະບັບເລກທີ 56/ນຍ, ລົງວັນທີ 13 ກໍລະກົດ 2022, ຊຶ່ງປະກອບມີ: ທ່ານ ປອ. ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວຫນ້າຄະນະ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວຫນ້າຄະນະ, ທ່ານ ຄໍາຫຼ້າ ພົມມະວັນ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ເປັນຄະນະ, ທ່ານ ປອ. ນາງ ແສງອາລຸນ ອິນມີໄຊ ຮອງຫົວຫນ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ, ທ່ານ ອາລຸນຈັນໃສ ບຸນໄຊທິບ ຮອງຫົວຫນ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນແຕ່ງ ສີມູນ ຮອງຫົວຫນ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນໄຊ ທອງສີທາວົງ ຮອງຫົວຫນ້າ ກົມຄຸ້ມຄອງການບັນຊີ ກະຊວງການເງິນ, ທ່ານ ຮສ. ທອງເພັດ ຈັນທະນິວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ກໍາມະການອິດສະຫຼະ ແລະ ທ່ານ ນາງ ພອນສະຫວັນ ສິດທິເດດ ຮອງຫົວຫນ້າສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມ ແຫ່ງຊາດ, ກໍາມະການອິດສະຫຼະ ເປັນຄະນະ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊົມເຊີຍຄະນະປະຮູບ ລັດວິສາຫະກິດ ການບິນລາວ ທີ່ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້, ພ້ອມທັງໃຫ້ຮູ້ວ່າ: ຄະນະປະຕິຮູບ ຈະເຮັດວຽກທັງເປັນຄະນະປະຕິຮູບ ແລະ ສະພາບໍລິຫານ ເພື່ອຄົ້ນຄວ້າກໍານົດທິດທາງ ແລະ ແຜນການປະຕິຮູບຮອບດ້ານລັດວິສາຫະກິດການບິນລາວ ແລະ ຮັບປະກັນໃຫ້ແຜນການດັ່ງກ່າວຖືກ ຈັດຕັ້ງປະຕິບັດສໍາເລັດຕາມແຜນການ, ກໍານົດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງບໍລິສັດທີ່ປຶກສາ ເພື່ອຄົ້ນຄວ້າແຜນການ ປັບໂຄງສ້າງລັດວິສາຫະກິດຮອບດ້ານ ຄື: ໂຄງສ້າງດ້ານການເງິນ-ການບັນຊີ, ການດໍາເນີນທຸລະກິດ, ປັບປຸງກົງຈັກ-ບຸກຄະລາກອນ ແລະ ອື່ນໆ, ກໍານົດຂັ້ນຕອນ, ວິທີການ, ດໍາເນີນການຄັດເລືອກ ແລະ ຈັດຈ້າງບໍລິສັດທີ່ປຶກສາ ແຕ່ລະດ້ານ, ຄົ້ນ ຄວ້າສ້າງກົນໄກການປະຕິຮູບ, ແຜນດໍາເນີນງານ, ແຜນງົບປະມານ ແລະ ລາຍງານຕໍ່ຄະນະນໍາກະຊວງການເງີນ ແລະ ລັດຖະບານ ເພື່ອຂໍການພິຈາລະນາຮັບຮອງ, ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະປະຕິຮູບ ໃຫ້ເອົາໃຈ ໃສ່ໃນການປັບປຸງລັດວິສາຫະກິດຫັນເຂົ້າສູ່ລະບົບກຸ້ມຕົນເອງ ຊຶ່ງຈໍາເປັນຕ້ອງໄດ້ຈ້າງແຮງງານທີ່ເປັນມືອາຊີບມາຊ່ວຍໃນ ການບໍລິຫານ ເພື່ອຈະໄດ້ຈັດຕັ້ງປະຕິບັດແຜນການ ແລະ ມາດຕະການປະຕິຮູບ ໃຫ້ສໍາເລັດຕາມລະດັບຄາດຫມາຍ.

ຂ່າວ ແລະ ຮູບພາບ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...