Homeຂ່າວຕ່າງປະເທດMINISO ເສຍໃຈຕໍ່ການຕະຫຼາດທີ່ວ່າເປັນແບຣນຍີ່ປຸ່ນ

MINISO ເສຍໃຈຕໍ່ການຕະຫຼາດທີ່ວ່າເປັນແບຣນຍີ່ປຸ່ນ

Published on

ຫຼາຍຄົນໃນນະຄອນຫຼວງວຽງຈັນໜ້າຈະຮູ້ກັບຮ້ານ  MINISO ທີ່ມີຫຼາຍສາຂາໃນນະຄອນຫຼວງວຽງຈັນ  ເຊິ່ງລ່າສຸດທາງຮ້ານ MINISO ໄດ້ອອກມາຂໍໂທດຕໍ່ຍຸດທະສາດການຕະຫຼາດທີ່ເຄີຍໄດ້ໃຊ້ໃນຜ່ານມານີ້.

ຮ້ານ  MINISO ມີຮ້ານຄ້າຫຼາຍກວ່າ 5.000 ແຫ່ງທັງໃນຈີນ ແລະ ຕ່າງປະເທດ ທາງຮ້ານໄດ້ອະທິບາຍຕົນເອງວ່າ “ເປັນຮ້ານຄ້າຜະລິດຕະພັນໃນສະໄຕລທີ່ໄດ້ຮັບແຮງບັນດານໃຈຈາກຍີ່ປຸ່ນ” ແລະ ໄດ້ຈົດທະບຽນໃນກຸງໂຕກຽວ ປະເທດຍີ່ປຸ່ນ.

ເລື່ອງທີ່ເກີດລ່າສຸດແມ່ນມີ ຜູ້ໃຊ້ສື່ອອນລາຍໃນປະເທດແອັດສະປາຍ (Spain) ໄດ້ໂພສກ່ຽວກັບຕຸກກະຕາວ່າ “ຕຸກກະຕາເກອິຊາຍີ່ປຸ່ນ” ແຕ່ມີຜູ້ໃຊ້ສື່ອອນລາຍຈີນ ໄດ້ໄປໃຫ້ຄຳເຫັນວ່າ ແທ້ໆແລ້ວ ມັນບໍ່ແມ່ນຕຸກກະຕາຍີ່ປຸ່ນ ແຕ່ເປັນຕຸກກະຕາທີ່ໃສ່ຊຸດກີ່ເພົ້າ ຂອງຈີນ.

ຈາກປະເດັນດັ່ງກ່າວ ນຳໄປສູ່ສຽງວິພາກວິຈານໃນໂຊຊຽວມິເດຍຈີນ ສົ່ງຜົນໃຫ້ MINISO ຕ້ອງອອກມາຖະແຫຼງການ ຂໍໂທດທີ່ເຄີຍມີຍຸດທະສາດການຕະຫຼາດທີ່ສົ່ງຜົນກະທົບຈິດໃຈຕໍ່ປະຊາຊົນຈີນ ຈາກການນຳເໜີວ່າເປັນຮ້ານຄ້າຜະລິດຕະພັນໃນສະໄຕລທີ່ໄດ້ຮັບແຮງບັນດານໃຈຈາກຍີ່ປຸ່ນ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...