Homeຂ່າວພາຍ​ໃນໃນເດືອນກໍລະກົດ ແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ

ໃນເດືອນກໍລະກົດ ແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ

Published on

ກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນເດືອນ ກໍລະກົດ 2022, ທົ່ວແຂວງຫຼວງນໍ້າທາ ມີອຸບັດປະຕິເຫດເກີດຂຶ້ນທັງຫມົດ 28 ຄັ້ງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ອຸບັດຕິເຫດທີ່ເກີດຂຶ້ນມີ ລົດຈັກຕໍາລົດຈັກ ເກີດຂຶ້ນ 6 ຄັ້ງ, ລົດຈັກຕໍາ ກັບລົດໃຫຍ່ 11 ຄັ້ງ, ລົດຈັກຕໍາກັບລົດຖີບ 1 ຄັ້ງ, ລົ້ມເອງ 1 ຄັ້ງ, ລົດໃຫຍ່ຕໍາລົດໃຫຍ່ 5 ຄັ້ງ, ລົດຈັກຕໍາຄົນຍ່າງ 4 ຄັ້ງ; ມີພາຫະນະເປ່ເພເລັກຫນ້ອຍ 32 ຄັນ, ເປ່ເພສົມຄວນ 17 ຄັນ, ມີຄົນໄດ້ຮັບບາດເຈັບເລັກຫນ້ອຍ 32 ຄົນ, ສົມຄວນ 10 ຄົນ, ສາຫັດ 5 ຄົນ ແລະ ເສຍຊີວິດ 1 ຄົນ, ລວມມູນຄ່າເສຍຫາຍ 355 ລ້ານ ກີບ.

ສາເຫດທີ່ ພາໃຫ້ ເກີດອຸບັດຕິເຫດສ່ວນໃຫຍ່ແມ່ນເກີດ ຈາກຜູ້ຂັບຂີ່ລົດປະຫມາດຂາດສະຕິ, ດື່ມສິ່ງມືນເມົາແລ້ວຂັບ ຂີ່ລົດໄວ ແລະ ແຊງບໍ່ຮັບປະກັນ.

ເຈົ້າຫນ້າທີ່ ປກສ ແຂວງຫຼວງນ້ໍາທາ ຈຶ່ງໄດ້ຮຽກຮ້ອງມາຍັງຜູ້ ຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະຫນົນທຸກຄົນພາຍໃນແຂວງໃຫ້ມີສະຕິໃນການຂັບຂີ່, ບໍ່ປະຫມາດ, ຄວນໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພ ຂອງຕົວທ່ານເອງ ແລະ ຄົນອ້ອມຂ້າງບໍ່ໃຫ້ເສຍຊີວິດຈາກອຸບັດຕິເຫດ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...