spot_img
Homeຂ່າວພາຍ​ໃນກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ”.

ກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ”.

Published on

ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022 — ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ” ໃນວັນທີ 17 ສິງຫາ ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຄຽງຄູ່ກັນກັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະຜູ້ແທນຈາກ ສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ (USABC) ຈາກນະຄອນຫຼວງວໍຊິງຕັນດີຊີ, ເພື່ອແນໃສ່ຊ່ວຍເຫຼືອຫົວໜ່ວຍທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນການຂະຫຍາຍການຄ້າ ແລະ ການລົງທຶນທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ. ກອງປະຊຸມຄັ້ງນີ້ ເປັນເວທີສຳຄັນໃຫ້ແກ່ບັນດາຜູ້ນຳຂອງບໍລິສັດຊັ້ນນຳຂອງສະຫະລັດອາເມລິກາ ແລະ ລາວ ຫຼາຍກວ່າ 20 ບໍລິສັັດ ເພື່ອປຶກສາຫາລື ແລະ ຮຽນຮູ້ ກ່ຽວກັບ ກາລະໂອກາດທາງທຸລະກິດໃນຂະແໜງການທີ່ກ່ຽວຂ້ອງຂອງຕົນ ຢູ່ ສປປ ລາວ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນທີ່ນຳໄປສູ່ການເປັນຄູ່ຮ່ວມທຸລະກິດທີ່ຍືນຍົງໃນຕໍ່ໜ້າ.

ໃນກອງປະຊຸມ, ທ່ານທູດປີເຕີ ໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ແລະ ສຄອຊ ໃນການຊ່ວຍປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ຢູ່ ສປປ ລາວ. ທ່ານໄດ້ກ່າວວ່າ: ເວລານີ້ ຖືເປັນຊ່ວງເວລາທີ່ສຳຄັນຢ່າງຍິ່ງສຳລັບພາກລັດ ແລະ ພາກທຸລະກິດໃນການເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາທີ່ກີດຂວາງຕໍ່ການລົງທຶນ, ການຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ແລະ ການສ້າງໂອກາດໃນການຈ້າງງານສຳລັບເສດຖະກິດຍຸກໃໝ່. ທ່ານຍັງກ່າວຕື່ມອີກວ່າ: ເປົ້າໝາຍຂອງພວກເຮົາ ແມ່ນເພື່ອຊ່ວຍເຫຼືອ ສປປ ລາວ ໃນການສົ່ງເສີມການຂະຫຍາຍຕົວຂອງທຸລະກິດ, ການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ COVID-19 ແລະ ການສ້າງວຽກເຮັດງານທຳ ແນໃສ່ເພື່ອສະໜັບສະໜູນເປົ້າໝາຍຂອງ ປະທານາທິບໍດີ ໂຈ ໄບເດນ ໃນການຊ່ວຍໃຫ້ບັນດາປະເທດໃນໂລກກັບມາເຂັ້ມແຂງກວ່າເກົົ່າພາຍຫຼັງການແຜ່ລະບາດຂອງພະຍາດ COVID-19.

ລະຫວ່າງການກ່າວເປີດກອງຊຸມ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ສະແດງຄວາມຂອບໃຈມາຍັງສະຫະລັດອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນເສດຖະກິດຂອງ ສປປ ລາວ ຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ແລະ ກ່າວວ່າ: ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ມີການເພິ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະທົດສະວັດທີ່ຜ່ານມາ ພາຍຫຼັງການຈັດຕັ້ງປະຕິບັດ ສັນຍາການຄ້າສອງຝ່າຍ ລາວ-ສະຫະລັດອາເມລິກາ ໃນປີ 2003 ແລະ ສັນຍາວ່າດ້ວຍການຄ້າ ແລະ ການລົງທຶນ (TIFA) ໃນປີ 2016. ສະເພາະ 6 ເດືອນທຳອິດ ປີ 2022, ການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາມີມູນຄ່າ 172 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງ ສະຫະລັດອາເມລິກາມີມູນຄ່າ 2.4 ລ້ານໂດລາສະຫະລັດ. ເຖິງວ່າ ຕົວເລກການຄ້າແລະການລົງທຶນຢູ່ໃນລະດັບປານກາງ, ແຕ່ກໍມີການຂະຫຍາຍຕົວຂອງຕໍ່ເນື່ອງ.

ຄະນະສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ ເປັນຄະນະທຳອິດທີ່ໄດ້ມາຢ້ຽມຢາມ ສປປ ລາວ ນັບຕັ້ງແຕ່ປີ 2018. ຄະນະດັ່ງກ່າວປະກອບມີ ຜູ້ຕາງໜ້າຈາກບໍລິສັດຊັ້ນນໍາຂອງສະຫະລັດອາເມລິກາ ໄດ້ແກ່ ບໍລິສັດ Coca-Cola, Visa, RMA Group, Elanco Animal Health, Pernod Ricard, ແລະ Bower Group Asia. ໃນກອງປະຊຸມດັ່ງກ່າວ, ບັນດາບໍລິສັດຂອງ ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ປຶກສາຫາລືໃນຫົວຂໍ້ຕ່າງໆ ລວມທັງການສົ່ງເສີມການລົງທຶນ ແລະ ລະບຽບການຕ່າງໆ, ບັນດາບູລິມະສິດຂອງລັດຖະບານລາວ, ເສດຖະກິດດິຈິຕອນ, ໂອກາດທາງທຸລະກິດ ແລະ ລະບົບການຊຳລະເງິນ.

ກອງປະຊຸມຄັ້ງນີ້ ເປັນໜຶ່ງໃນບັນດາຂໍ້ລິເລີ່ມທີ່ສຳຄັນ ທີ່ສະຫະລັດອາເມລິກາ ໄດ້ສະໜັບສະໜູນເພື່ອສົ່ງເສີມການຄ້າສາກົນ ແລະ ການລົງທຶນໃນ ສປປ ລາວ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ. ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວວລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ມີເປົ້າໝາຍໃນການປັບປຸງສະພາບແວດລ້ອມສຳລັບການລົງທຶນ ແລະ ການຄ້າ ແລະ ເພີ່ມຂີດຄວາມສາມາດດ້ານການແຂ່ງຂັນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...