Homeຂ່າວພາຍ​ໃນແຂວງເຊກອງ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ແຂວງເຊກອງ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

Published on

ວັນທີ 19 ສິງຫາ 2022 ໜັງສືພິມປ້ອງກັນຄວາມສະຫງົບ ລາຍງານວ່າ: ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່າວຕໍ່ກອງປະຊຸມ 6 ເດືອນຕົ້ນປີ 2022 ຂອງລັດຖະບານ ຊຸດທີ IX ທີ່ຈັດຂຶ້ນໃນເດືອນກໍລະກົດ ຜ່ານມາວ່າ ໃນ 6 ເດືອນຜ່ານມາອົງການປົກຄອງແຂວງ ໄດ້ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນລະບົບຕໍ່ເນື່ອງ, ເພີ່ມທະວີການປະຕິບັດພາລະບົດບາດ, ກຽມພ້ອມສູ້ຮົບ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມຂອບເຂດຊາຍແດນ ແລະ ເຂດເຊື່ອມຕໍ່, ຍົກສູງຄວາມເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ.

ໃນ 6 ເດືອນຕົ້ນປີ 2022 ເຈົ້າຫນ້າທີ່ແຂວງເຊກອງ ສາມາດເລີກ ແລະ ມ້າງລາຍຄະດີຄ້າຂາຍຢາເສບຕິດໄດ້ທັງ ຫມົດ 46 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 54 ຄົນ ຍິງ 3 ຄົນ: ໃນ ນີ້, ເປົ້າຫມາຍຄ້າຂາຍລາຍໃຫຍ່ 2 ຄົນ, ລາຍກາງ ແລະ ຍ່ອຍ 52 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາ ບ້າໄດ້ຈໍານວນ 68.615 ເມັດ, ລົດໃຫຍ່ຮຸນໄດ 1 ຄົນ, ລົດຈັກ 24 ຄັນ, ໂທລະສັບ 35 ຫນ່ວຍ, ປືນ ດັດແປງ 4 ກະບອກ ( ປືນແກັບ 2 ກະບອກ ), ເງິນກີບ 14.000.0000 ກີບ.

ນອກຈາກການແກ້ໄຂແລ້ວ, ການນໍາແຂວງເຊກອງ ລົງເຄື່ອນໄຫວເຜີຍແຜ່ວງລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໃຫ້ເປັນປົກກະຕິ ໂດຍເລັ່ງ ໃສ່ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນໃຫ້ສໍາເລັດ ແລ້ວຫັນລົງໄປສູ່ບັນດາສະຖາບັນການສຶກສາ ໂດຍສະເພາະແມ່ນວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະ ເອກະຊົນ, ບັນດາໂຄງຈັກ-ໂຮງງານ, ບັນດາກຸ່ມບ້ານ ແລະ ບັນດາຊຸມ ຊົນທີ່ເຫັນວ່າມີຄວາມສ່ຽງໃນການຄ້າ-ຂາຍ ແລະ ມົ້ວສຸມສິ່ງເສບຕິດ, ເຊິ່ງການລົງເຜີຍແຜ່ວາລະດັ່ງກ່າວນີ້ ກໍເພື່ອເຮັດໃຫ້ພະນັກງານລັດຖະກອນ, ພໍ່ ແມ່ປະຊາຊົນ, ຊາວຄ້າຂາຍ, ນັກຮຽນ ແລະ ນັກສຶກສາ ສາມາດຮັບຮູ້ເຖິງໄພອັນຕະລາຍຂອງສິ່ງເສບຕິດ ແລະ ໂທດທີ່ຈະໄດ້ຮັບຕາມມາ ເມື່ອໄປຫຍຸ້ງກ່ຽວ ແລະ ພົວພັນກັບສິ່ງເສບຕິດ, ເມື່ອກຸ່ມ ຄົນດັ່ງກ່າວຮັບຮູ້ ແລະ ເຂົ້າໃຈ ເຊື່ອວ່າບັນຫາ ຄ້າ-ຂາຍ ແລະ ມົ້ວສຸມຢາເສບຕິດຢູ່ພາຍໃນແຂວງກໍຈະຄ່ອຍໆຫຼຸດລົງ.

ສະນັ້ນ, ເພື່ອຮັບປະກັນໃຫ້ ບັນຫາຢາເສບຕິດຢູ່ພາຍໃນແຂວງເຊກອງ ຫຼຸດຫນ້ອຍຖອຍລົງ ແລະ ຄ່ອຍ ໆຫມົດໄປເທື່ອລະກ້າວ ການນໍາແຂວງເຊກອງ ຈະສືບຕໍ່ນໍາພາກໍາລັງປະກອບອາວຸດປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານຂອງພັກ ຍົກສູງຄວາມຮັບຜິດ ຊອບການ ເມືອງ ແລະ ວິຊາສະເພາະຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມຈົ່ງຮັກພັກດີ, ຄວາມເສຍສະຫຼະໃນການຮັບໃຊ້ປະເທດຊາດ ແລະ ປະຊາຊົນ; ສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ສາສະຫນາ, ປຸ້ນຈີ້ຊິງ ຊັບ, ຂີ້ລັກງັດແງະ ແລະບັນຫາອື່ນໆ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...