Homeຂ່າວຕ່າງປະເທດອິນເດຍຈັບກຸມຫົວໜ້າແພດ ຜ່າຕັດເຮັດໝັນຟຣີ ເຮັດໃຫ້ຄົນເຈັບເສຍຊີວິດ 13 ຄົນ

ອິນເດຍຈັບກຸມຫົວໜ້າແພດ ຜ່າຕັດເຮັດໝັນຟຣີ ເຮັດໃຫ້ຄົນເຈັບເສຍຊີວິດ 13 ຄົນ

Published on

579041-01

 

ເຈົ້າໜ້າທີ່ແພດທີ່ກ່ຽວຂ້ອງກັບການຜ່າຕັດເຮັດໝັນຟຣີ ຈາກໂຄງການຂອງລັດຖະບານອິນເດຍ ຖືກຄວບຄຸມຕົວ

ຫລັງມີຍິງອິນເດຍ 13 ຄົນເສຍຊີວິດ ຫລັງເຂົ້າຮັບການບໍລິການ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພະຈິກນີ້ວ່າ ດຣ ອາເຄ ກັບຕາ ທີ່ກຳລັງລີ້ຊ່ອນຕົວມາຕັ້ງແຕ່ມື້ວັນເສົາ

(8 ພະຈິກ) ທີ່ຜ່ານມາ ໄດ້ຖືກຈັບກຸມຕົວແລ້ວ ທີ່ເຮືອນພັກໃນເມືອງພິລາປຸຣະ ລັດສັດຕິສະຄອນ ພາກກາງຂອງປະ

ເທດອິນເດຍ.

 

ດຣ. ເອັສເຄ ແມນດັນ ຫົວໜ້າເຈົ້າໜ້າທີ່ແພດຂອງລັດໄດ້ກ່າວວ່າ ທ່ານໝໍ ກັບຕາ ໃຊ້ເວລາພຽງ 6 ຊົ່ວໂມງ ໃນການ

ຜ່າຕັດໃຫ້ຜູ້ເຂົ້າເຮັດໝັນຈຳນວນກ່ວາ 80 ຄົນ ເຊິ່ງເປັນການລະເມີດກົດຂອງໂຄງການ ທີ່ຈຳກັດອັດຕາການໃຫ້ບໍລິ

ການໄດ້ບໍ່ເກີນ 30 ຄົນຕໍ່ມື້, ລ່າສຸດຜ່ານມານີ້ ໄດ້ມີຍິງອິນເດຍທີ່ເຂົ້າຜ່າຕັດດັ່ງກ່າວ ເສຍຊີວິດແລ້ວຢ່າງໜ້ອຍ 13 ຄົນ

ແລະ ອີກ 16 ຄົນ ກຳລັງປິ່ນປົວຢູ່ໂຮງໝໍ.

 

ຈາກການກວດສອບພົບວ່າ ກຸ່ມຍິງອິນເດຍທີ່ເຂົ້າຮັບການບໍລິການດັ່ງກ່າວນີ້ ໄດ້ຮັບສານປົນເປື້ອນລະຫວ່າງການຜ່າ

ຕັດເຮັດໝັນ ແລະ ຂາດການເບິ່ງແຍງທີ່ດີພໍ ໂດຍທັງນີ້ ທ່ານ ແມນດັນ ໄດ້ບອກອີກວ່າ ທ່ານໝໍ ກັບຕາ ປະຕິບັດງານ

ພາຍໃຕ້ຄວາມກົດດັນ ທີ່ຈະເຮັດໝັນໃຫ້ກັບປະຊາຊົນ ໃນເຂດທີ່ລາວຮັບຜິດຊອບໃຫ້ໄດ້ 15,000 ຄົນ ຕາມທີ່ລັດຖະ

ບານໄດ້ຕັ້ງເປົ້າໝາຍເອົາໄວ້ໃນເບື້ອງຕົ້ນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...