Homeຂ່າວຕ່າງປະເທດສະຫະລັດອາເມຣິກາ ແລະ ໄຕ້ຫວັນ ກຽມການເຈລະຈາການຄ້າລະຫວ່າງປະເທດ

ສະຫະລັດອາເມຣິກາ ແລະ ໄຕ້ຫວັນ ກຽມການເຈລະຈາການຄ້າລະຫວ່າງປະເທດ

Published on

ສະຫະລັດອາເມຣິກາ ແລະ ໄຕ້ຫວັນ ກຽມການເຈລະຈາການຄ້າລະຫວ່າງປະເທດຢ່າງເປັນທາງການ ພ້ອມກ່າວວ່າຈະໃຊ້ທຸກມາດຕະການທີ່ຈຳເປັນເພື່ອປົກປ້ອງອະທິປະໄຕຂອງປະເທດ.

ສຳນັກຂ່າວ CNA ລາຍງານວ່າ: ໄຕ້ຫວັນປະກາດເຈລະຈາທາງການຄ້າຢ່າງເປັນທາງການ ໃນວັນພຸດທີ 17 ສິງຫາ 2022 ທີ່ຜ່ານມາ ໂດຍລະບຸວ່າຈະໃຊ້ທຸກມາດຕະການເພື່ອປັກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຊາດ.

ການຮ່ວມເຈລະຈາລະຫວ່າງອາເມຣິກາ ແລະ ໄຕ້ຫວັນ ກ່ຽວກັບການຄ້າພາຍໃຕ້ກົດໝາຍໃໝ່ ເປັນການລະບຸຂໍ້ຕົກລົງໂດຍມີຜົນທີ່ມີຄວາມໝາຍທາງເສດຖະກິດ ແລະ ກໍ່ເປັນການຍົກລະດັບການສະໜັບສະໜູນໄຕ້ຫວັນ, ທັງສອງຝ່າຍມີຄວາມເຫັນສອດຄ່ອງກັນ ເລື່ອງຂອບເຂດການເຈລະຈາ ແລະ ຄາດວ່າການເຈລະຈາຮອບທຳອິດຈະເກີດຂຶ້ນໃນທ້າຍເດືອນກັນຍາ ຫາ ທ້າຍເດືອນທັນວາປີນີ້.

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...