Homeຂ່າວຕ່າງປະເທດມຽນມາກະກຽມກຳລັງວາງແຜນນຳເຂົ້ານ້ຳມັນຈາກຣັດ​ເຊຍ

ມຽນມາກະກຽມກຳລັງວາງແຜນນຳເຂົ້ານ້ຳມັນຈາກຣັດ​ເຊຍ

Published on

ມຽນມາກະກຽມກຳລັງວາງແຜນນຳເຂົ້ານ້ຳມັນເຊື້ອໄຟຈາກຣັດ​ເຊຍ.

ວັນທີ 18 ສິງຫາ 2022 ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ມຽນມາກະກຽມກຳລັງວາງແຜນນຳເຂົ້ານ້ຳມັນ ແອັດ​ຊັງ ​ແລະ ກາ​ຊວນ ຈາກຣັດ​ເຊຍທີ່ມີຄຸນນະພາບ ແລະ ຕົ້ນທຶນຕ່ຳ ທີ່ຈະເລີ່ມໃນເດືອນກັນຍາປີນີ້ ໂດຍ​ເປັນ​ຜົນ​ຈາກ ການ​ເດີນທາງ ​ຢ້ຽມຢາມ ຣັດ​ເຊຍ ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫລວງ​ ມົດ​ສະ​ກູ ຂອງ ທ່ານ ພົນ​ເອກ ມິນ​ອ່ອງ​ລາຍ(Min Aung Hlaing).

ມຽນມາຍັງຮັກສາມິດຕະພາບ ແລະ ຄວາມສຳພັນກັບຣັດເຊຍ ເຖິງວ່າທັງສອງຈະຢູ່ພາຍໃຕ້ການຂວ້ຳບາດຈາກບັນດາປະເທດຕະເວັນຕົກ ໂດຍມຽນມານັ້ນ ມາຈາກການລັດຖະປະຫານທີ່ໂຄ່ນລົ້ມລັດຖະບານ ທີ່ມາຈາກການເລືອກຕັ້ງໃນປີກ່ອນ.

ນອກນັ້ນ ຣັດເຊຍຍັງຊອກຫາລູກຄ້າລາຍໃໝ່ ສຳລັບພະລັງງານຂອງຕົນ ເນື່ອງຈາກເອີຣົບທີ່ເປັນປະເທດປາຍທາງສົ່ງອອກລາຍໃຫຍ່ທີ່ສຸດ ຈະຢຸດການນຳເຂົ້ານ້ຳມັນຂອງຣັດເຊຍໃນຊ່ວງທ້າຍປີນີ້.

ວັນ​ທີ 3 ສິງຫາ 2022 ລັດ​ຖະ​ມົນ​ຕີກະຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ Sergei Lavrov ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ ທ່ານ ພົນ​ເອກ ມິນ​ອ່ອງ​ລາຍ Min Aung Hlaing ຜູ້​ນຳ​ທະ​ຫານ​ຂອງ​ມຽນ​ມາ ຢູ່​ນະ​ຄອນ​ຫຼວງເນປິດໍ ປະ​ເທດ​ມຽນ​ມາ.

ທັ້ງນີ້ ຣັດເຊຍກໍຍັງເປັນຜູ້ຈັດຫາອາວຸດລາຍໃຫຍ່ຂອງມຽນມາອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...