Homeຂ່າວພາຍ​ໃນທູດລາວ ແລະ ຫວຽດນາມ ປະຈຳ ຟີລິບປິນ ຮ່ວມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດ

ທູດລາວ ແລະ ຫວຽດນາມ ປະຈຳ ຟີລິບປິນ ຮ່ວມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດ

Published on

ໃນວັນທີ 14 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ປະຈໍາ ຟິລິບປິນ ໄດ້ຮ່ວມກັນຈັດພິທີສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສົງການ ຫລວງມຸນິນທອນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ທ່ານ ຮວງ ຮຸຍ ຈຸງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສ ຟິລິບປິນ, ມີບັນ ດາພະນັກ ງານກ່ຽວຂ້ອງຂອງສະຖານທູດ ລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ທັງ 2 ຝ່າຍ ໄດ້ເວົ້າເຖິງສຳຄັນຂອງສອງວັນປະຫວັດສາດ ລາວ-ຫວຽດນາມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄຸນງາມ ຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ທີ່ເປັນຜູ້ກໍ່ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ໄດ້ຮັບການສືບທອດຈາກຄົນຮຸ່ນກ່ອນ ສູ່ຮຸ່ນປັດຈຸບັນ.

ພ້ອມດຽວກັນນີ້, ສອງຝ່າຍ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກ, ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະໜູນ ເຊິ່ງກັນ ແລະ ກັນຢ່າງຮອບ ດ້ານຕະຫລອດມາ ທັງໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາຂອງສອງປະເທດໃນປັດຈຸບັນ.

ໃນຂະນະດຽວກັນ, ທ່ານທູດ ລາວ-ຫວຽດນາມ ຕ່າງກໍໄດ້ຢືນຢັນຄືນຈະສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານການປະສານສົມທົບເຊິ່ງກັນ ແລະ ກັນ ລະຫວ່າງ ພະນັກງານຂອງທັງສອງສະຖານທູດ ລາວ-ຫວຽດນາມ ເພື່ອສົ່ງເສີມຖ່າຍທອດບົດຮຽນປະຫວັດສາດ ໃຫ້ຄົນຮຸ່ນຫນຸ່ມຮັບຮູ້ ແລະ ເຂົ້າໃຈ ເພື່ອສືບຕໍ່ເປັນກຳລັງແຮງໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ.

ພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ ແລະ ມີຜົນສຳເລັດຢ່າງຈົບງາມ ບົນຈິດໃຈຄວາມຮັກແພງສາມັກຄີພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...