Homeຂ່າວພາຍ​ໃນໂຈນລັກຮົ້ວປ້ອງກັນຄວາມປອດໄພຂອງທາງລົດໄຟລາວ-ຈີນ

ໂຈນລັກຮົ້ວປ້ອງກັນຄວາມປອດໄພຂອງທາງລົດໄຟລາວ-ຈີນ

Published on

ເກີດເຫດມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພຂອງທາງລົດໄຟລາວ-ຈີນ.

ວັນທີ 16 ສິງຫາ 2022 ໃນຊ່ວງຕອນບ່າຍເຈົ້າໜ້າທີ່ໄດ້ຮັບລາຍງານວ່າ ມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟອີກຄັ້ງ ເຊິ່ງກ່ອນໜ້ານີ້ກໍໄດ້ມີເຫດການຄົນໄປລັກຮົ້ວກັ້ນລົດໄຟເປັນຈຳນວນຫຼາຍຄັ້ງ, ຫຼັງຈາກກວດພົບກໍໄດ້ຮີບໃຫ້ຍາມ ແລະ ທະຫານເຂົ້າໄປຈຸດເກີດເຫດ ພ້ອມທັງກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມສືບສວນເພື່ອຈັບເອົາຄົນຜິດມາລົງໂທດ ເນື່ອງຈາກການລັກ, ມ້າງເພ, ທຳລາຍຮົ້ວກັ້ນຄວາມປອດໄພລົດໄຟ ແລະ ອຸປະກອນທາງລົດໄຟທຸກຊະນິດ ແມ່ນມີຄວາມຜິດຕາມກົດໝາຍການລົດໄຟທີ່ໄດ້ວາງອອກ.

ຕາມການລາຍງານໃຫ້ຮູ້ວ່າຮົ້ວກັ້ນຄວາມປອດໄພລົດໄຟໄດ້ຖືກລັກເປັນຄວາມຍາວກວ່າ 26 ແມັດ, ເຊິ່ງເປັນອັນຕະລາຍຕໍ່ການເດີນລົດ ແລະ ຊີວິດຜູ້ໂດຍສານເທິງລົດເປັນຢ່າງຍິ່ງ ແລະ ຍັງເປັນການທຳລາຍຊັບສິນຂອງບ້ານເມືອງ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ແມ່ນສາມາດໂທຫາສາຍດ່ວນ 021 891000 ຫຼື 021 891010 ເພື່ອແຈ້ງເຫດສຸກເສີນ.

ທາງລົດໄຟແມ່ນຊັບສົມບັດຂອງຊາດ ຂໍໃຫ້ທຸກຄົນຊ່ວຍກັນປາບປາມການລັກຂະໂມຍ, ມ້າງເພ ອຸປະກອນລົດໄຟທຸກຊະນິດ ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

ແຫຼ່ງຂ່າວຈາກ Laos – China Railway Company Limited

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...