Homeຂ່າວຕ່າງປະເທດພົບໝາກໍລະນີທຳອິດຂອງໂລກທີ່ຕິດເຊື້ອໝາກສຸກລີງ

ພົບໝາກໍລະນີທຳອິດຂອງໂລກທີ່ຕິດເຊື້ອໝາກສຸກລີງ

Published on

ພົບລາຍງານກໍລະນີ ການຕິດເຊື້ອໝາກສຸກລີງຈາກຄົນຫາສັດລ້ຽງທີ່ໄດ້ຮັບການຢືນຢັນເປັນຄັ້ງທຳອິດ ໂດຍພົບໃນໂຕໝາ ທີ່ຕິດເຊື້ອຫຼັງຈາກໄດ້ໃກ້ຊິດກັບເຈົ້າຂອງ.

ສຳນັກຂ່າວ ຟັອກສນິວ ລາຍງານວ່າ: ອ້າງອີງຈາກວາລະສານ ແລນເຊດ (Lancet) ວະລະສານການແພດ ພົບວ່າ ໝາ ສາຍພັນ ອິຕາລີ ເກຣຮາ ຂອງຄູ່ຮັກຊາຍ ສັນຊາດຝຣັ່ງ ຄູ່ໜຶ່ງ ກວດພົບເຊື້ອໝາກສຸກລີງ ເຊິ່ງນັບເປັນຄັ້ງທຳອິດຂອງໂລກທີ່ມີການຢືນຢັນການສົ່ງຜ່ານເຊື້ອຊະນິດນີ້ຈາກຄົນໄປສູ່ສັດລ້ຽງ.

ໄດ້ຮັບລາຍງານວ່າ ຄູ່ຮັກນີ້ໄດ້ຕິດເຊື້ອໝາກສຸກລີງຈາກການມີເພດສຳພັນກັບຜູ້ຊາຍຄົນອື່ນ ກ່ອນທີ່ພວກເຂົາຈະພົບຕຸ່ມໜອງເທິງທ້ອງຂອງໝາຂອງພວກເຂົາ, ຫຼັງຈາກນັ້ນພວກເຂົາໄດ້ເອົາໝາໄປກວດ ໃນເວລາຕໍ່ມາຈຶ່ງຢືນຢັນວ່າໝາໂຕນີ້ໄດ້ຕິດເຊື້ອໝາກສຸກລີງແລ້ວ.

ດ້ານສູນຄວບຄຸມ ແລະ ປ້ອງກັນໂຣກ (CDC) ຂອງ ອາເມຣິກາ ເຕືອນວ່າ ມີຄວາມເປັນໄປໄດ້ເຊັ່ນກັນທີ່ຄົນຈະຕິດໝາກສຸກລີງຈາກສັດທີ່ຕິດເຊື້ອ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...