Homeຂ່າວຕ່າງປະເທດສານມຽນມາຕັດສິນຈຳຄຸກ ນາງ ອອງຊານ ຊູຈີ ເພີ່ມອີກ 6 ປີ

ສານມຽນມາຕັດສິນຈຳຄຸກ ນາງ ອອງຊານ ຊູຈີ ເພີ່ມອີກ 6 ປີ

Published on

ສານມຽນມາ ຕັດສິນຈຳຄຸກ ນາງ ອອງຊານ ຊູຈີ ເພີ່ມອີກ 6 ປີ ໃນຖານສໍ້ລາດບັງຫຼວງ.

ສຳນັກຂ່າວ CNN ລາຍງານວ່າ: ນາງ ອອງຊານ ຊູຈີ ອະດີດຜູ້ນຳລັດຖະບານໃນມຽນມາ ອາຍຸ  77 ປີ ຖືກສານຕັດສິນວ່າມີຄວາມຜິດ ຖານໃຊ້ເງິນຈາກນິທິ ດໍ ຊິ່ນ ຈີ  (Daw Khin Kyi Foundation) ເຊິ່ງເປັນອົງກອນການກຸສົນ ສົ່ງເສີມສຸຂະພາບ ແລະ ການສຶກສາທີ່ ນາງ ອອງຊານ ຊູຈີ ໄດ້ກໍ່ຕັ້ງເອງ ແບບຜິດວັດຖຸປະສົງ ໂດຍນຳໄປໃຊ້ສ້າງບ້ານ ແລະ ເຊົ່າດິນຂອງລັດຖະບານໃນລາຄາຖືກ.

ທັ້ງນີ້ ນັບຕັ້ງແຕ່ຖືກຍຶດອຳນາດຈາກຜູ້ນຳທະຫານ ນາງ ອອງຊານ ຊູຈີ ກໍຖືກຈັບໃນຂໍ້ຫາຢ່າງໜ້ອຍ 18 ຂໍ້ຫາ ຕັ້ງແຕ່ຂໍ້ຫາຮັບສິນບົນ ເປັນຈົນຮອດການການ​ສໍ້​ໂກງ​ການ​ເລືອກ​ຕັ້ງ, ນາງ ຊູຈີ ໄດ້ຖືກກັກຂັງໃນຄຸກທີ່ນະຄອນຫຼວງເນປີດໍ ຂອງມຽນມາ ແລະ ໄດ້ປະຕິເສດທຸກຂໍ້ກ່າວຫາຕໍ່ສານ.

ບັນດາກຸ່ມປົກປ້ອງສິດທິມະນຸດ ແລະ ບັນດາຜູ້ນຳຂອງໂລກ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບສະພາບທີ່ຊຸດໂຊມລົງຂອງສິດທິມະນຸດຢູ່ໃນມຽນມາ ແລະ ການທີ່ບໍ່ສົນໃຈຕໍ່ການພິຈາລະນາຄະດີຂອງ ທ່ານນາງ ຊູຈີ ທ່ີ່ກຳລັງດຳເນີນຢູ່ ໂດຍເວົ້າວ່າ ການຕັດສິນຂອງມຽນມາບໍ່ມີຄວາມຍຸດຕິທຳເລີຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...