spot_img
Homeຄວາມງາມກົດເຫລັກການແຕ່ງໜ້າຂອງຜູ້ຍິງອາຍຸເລກ 4

ກົດເຫລັກການແຕ່ງໜ້າຂອງຜູ້ຍິງອາຍຸເລກ 4

Published on

ying350

ເມື່ອ​ອາ​ຍຸ​ເລີ່ມ​ເພີ່ມ​ຫລາຍ​ຂຶ້ນ ຜູ້ຍິງ​ເຮົາ​ກໍ​ຕ້ອງ​ປ່ຽນ​ການ​ເບິ່ງແຍງ​ຜິວ ​ແລະ ​ການ​ແຕ່ງ​ໜ້າ​ໄປ​ຕາມ​ອາຍຸ ຍິ່ງ​ເມື່ອ​ກ້າວ​ເຂົ້າ​ສູ່​ອາຍຸເລກ 4 ​ກໍ​ຕ້ອງ​ເລີ່ມ​ກັງ​ວົນ​ໜັກ ເພາະ​ຜິວ​ເລີ່ມ​ປ່ຽນ​ໄປ​ຢ່າງ​ເຫັນ​ໄດ້​ແຈ້ງ ທັງ​ຮ່ອງ​ຮອຍ​ ແລະ ​ຜິວ​ແຫ້ງ ແຖມ​ແຕ່ງ​ໜ້າ​ຈັ່ງໃດ​ກໍ​ບໍ່​ງາມ​ແບບ​ສະໄໝ​ສາວໆແລ້ວ ແຕ່​ບໍ່​ຕ້ອງ​ກັງ​ວົນ​ຢ້ານ​ຈະ​ບໍ່​ງາມ​ ເພາະ​ຜູ້ຍິງ​ອາຍຸ​ເລກ 4 ກໍ​ແຕ່ງ​ໜ້າ​ໃຫ້​ງາມ​​ເໝາະ​ສົມ​ກັບ​ໄວ​ໄດ້ ພຽງ​ນຳ​ກົດ​ເຫລັກ​ງ່າຍໆ ເຫລົ່າ​ນີ້​ໄປ​ໃຊ້?

ເລີ່ມ​ທີ່​ຮອງ​ພື້ນ​ດີໆ 

ຜູ້ຍິງ​ເຮົາ​ເລີ່ມ​ເຂົ້າ​ອາຍຸ 40 ຜິວ​ກໍ​ຈະ​ເລີ່ມ​ບາງ​ລົງ​ຈົນ​ເຮັດໃຫ້​ສີ​ຜິວ​ເບິ່ງ​ໝອງ​ຄ້ຳ​ ບໍ່​ສົດ​ໃສ ​ແລະ ​ຜິວ​ຈະ​ແຫ້ງ​ຫລາຍກວ່າ​ເກົ່າ ນັ້ນ​ເປັນ​ເພາະ​ຮໍ​ໂມນ​ເອດ​ໂຕ​ເຈນ​ຫລຸດລົງ​ຕາມ​ອາ​ຍຸ​ແບບໃດ ສະ​ນັ້ນ​ຮອງ​ພື້ນ​ນີ້​ແຫລະ​ທີ່​ຈະ​ເຂົ້າ​ມາ​ຊ່ວຍ​ເນລະ​ມິດ​ໃຫ້​ຜິວ​​ສົດ​ໃສ​ດີ​ຍິ່ງ​ຂຶ້ນ ໂດຍ​ຄວນ​ຈະ​ເລືອກ​ຮອງ​ພື້ນ​​ສີ​ເຫລືອງ ເພາະ​ເປັນ​ໂທນ​ສີ​ອຸ່ນ​ທີ່​ຈະ​ເຮັດໃຫ້​ຜິວ​​ເບິ່ງ​ອ່ອນ​ເຍົາ ລວມ​ທັງ​ຕ້ອງ​ມີ​ສ່ວນ​ປະສົມ​ຊ່ວຍ​ເຕີມ​ຄວາມ​ຊຸ່ມ​ຊື່ນ​ນໍາຈະ​ດີ​ທີ່​ສຸດ

 

ແຕ່ງ​ຄິ້ວ​ໃຫ້ງາມ

ສັງເກດ​ບໍ່ວ່າ ​ສາວໆ ອາຍຸນ້ອຍ​ມັກ​ຈະ​ມີ​ຄິ້ວ​ທີ່​ເຕັມ ແຕ່​ກໍ​ມັກ​ຈະ​ໄປ​ຖອນ ​ຫລື ​ກັນ​ອອກ​ໃຫ້​ບາງ​ລົງ ເຊິ່ງ​ຫາກ​ຜູ້ຍິງ​ອາຍຸ​ເລກ 4 ຄົນ​ໃດ​ທີ່​ເຄີຍ​ຖອນ​ຂົນ​ຄິ້ວ​ຕັ້ງ​ແຕ່​​ສາວໆ​ຈົນ​ຕອນ​ນີ້​ມັນ​ເລີ່ມ​ບາງ​ເປັນຈຸດໆ​ແລ້ວ ກໍ​ຄວນ​ຈະ​ຫາ​​ສໍ​ຂຽນ​ຄິ້ວ ​ແລະ ​ຫາ​ແນວຂຽນ​ຄິ້ວ​ແບບ​ຝຸ່ນ​ມາ​ໃຊ້ ໂດຍ​ໃຫ້​ໃຊ້​​ສໍ​ຂຽນ​ຄິ້ວ​ຂຽນ​ໃຫ້​ໄດ້​ຮູບ​ກ່ອນ ຈາກ​ນັ້ນ​ກໍ​ເຕີມ​ໃຫ້​ຄິ້ວ​ເບິ່ງ​ເຕັມ​ຂຶ້ນ​ດ້ວຍ​ແນວຂຽນ​ຄິ້ວ​ແບບ​ຝຸ່ນ​ເພື່ອ​ຄວາມ​ເປັນ​ທຳ​ຊາດ

 ເຕີມ​ຄວາມ​ສົດ​ໃສ​ໃຫ້​ພວງ​ແກ້ມ

ຕອນ​ເປັນ​ສາວ​ ພວງ​ແກ້ມ​​ອາດຈະ​ເປັນ​ສີ​ບົວ​​ໜ້າ​ຮັກ ແຕ່​ເມື່ອ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ​ກໍ​ອາດຈະ​ບໍ່​ມີ​ແກ້ມ​ບົວ​ແບບ​ນັ້ນ​ແລ້ວ ສະ​ນັ້ນ​ຄວນ​ເລືອ​ກສີໜ້າມາ​ເຕີມ​ຄວາມ​ສົດ​ໃສ​ໃຫ້​ກັບ​ພວງ​ແກ້ມ ໂດຍ​ໃຫ້​ເລືອກ​ສີ​ໂທນ​ອຸ່ນ ເຊັ່ນ ສີ​ພີດ​ ຫລື ​ສີ​ບົວອ່ອນໆ ມາ​ປັດ​ບ່ອນຈຸດ​ເທິງ​ສຸດ​ຂອງ​ໂໜກ​ແກ້ມ​ແທນ​ການ​ປັດ​ທີ່​ແອບ​ເປີນ​ຊີກ​ແບບ​ເກົ່າ ພຽງ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ໜ້າ​ຂອງ​ຜູ້ຍິງ​ອາຍຸ​ເລກ 4 ເບິ່ງ​ສົດ​ໃສ​ຫລາຍ​ຍິ່ງ​ຂຶ້ນ

 ເຕີມ​ຄວາມ​ແວວວາວ​ດ້ວຍ​ລິບກອສ

ທັງ​ລັງສີ​ອັນ​ຕ້າ​ໄວ​ໂອ​ເລດ ​ບວກ ​ກັບ​ອາຍຸທີ່​ເພີ່ມ​ຂຶ້ນ ກໍ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ ຄໍ​ລາ​ເຈນ​ໃນ​​ຮີມ​ສົບຫລຸດລົງ ສະ​ນັ້ນ​ກໍ​ບໍ່​ຕ້ອງ​ແປກ​ໃຈ​ຖ້າຫາກ​ຍິງ​ອາຍຸ​ເລກ 4 ຈະ​ມັກ​ມີ​ບັນຫາ​ປາກ​ແຫ້ງ​ຫລາຍ​ໆ ເອົາ​ເປັນ​ວ່າ​ ລອງ​ເຕີມ​ລິບ​ກອສ​ຕົບ​ທ້າຍ​ຫລັງ​ຈາກ​ທາ​ລິ​ບສະ​ຕິກ​ສຳເລັດ​ແລ້ວ​ ເພາະ​ມັນ​ຈະ​ຊ່ວຍ​ເຮັດໃຫ້​ຮີມ​ສົບ​ມີ​ສະເໜ່​ຊ່ວຍ​ໃຫ້​ຊຸ່ມ​ຊື່ນ​ດີ

ເລືອກ​ມາດ​ຄາ​ລາ​ເນື້ອ​ບາງ​ເບົາ

ເຖິງວ່າ ​ມາດ​ຄາ​ລາ​ທີ່​ເຮັດໃຫ້​ຂົນ​ຕາ​ໜາງ​ອນ​ຟັງ​ເບິ່ງ​ດີ ແຕ່​ນັ້ນ​ຄົງ​ບໍ່​ເໝາະ​ກັບ​ຜູ້ຍິງ​ອາຍຸ​ເລກ 4  ເພາະ​ຜູ້ຍິງ​ອາຍຸນີ້​ຄວນ​ເລືອກ​ມາດ​ຄາ​ລາ​ແບບ​ເນື້ອ​ບາງ​ເບົາ​ບໍ່​ໜາ​ໜັກ ໂດຍ​ຄວນ​ຈະ​ໃຊ້​ແນວ​ດັດ​ຂົນ​ຕາ​ເຮັດໃຫ້​ຂົນ​ຕາ​ງອນ​ກ່ອນ ຈາກ​ນັ້ນ​ກໍ​ປັດ​ດ້ວຍ​ມາດ​ຄາ​ລາ​ເນື້ອ​ເບົາ​ຕາມ​ໄດ້​ ພຽງແຕ່ເທົ່າ​ນີ້​ກໍ​ງາມ​ສົມ​ໄວອາຍຸ​ແລ້ວ​

ເລືອກ​ໃຊ້​ອາຍ​ໄພເມີ (ຮອງພື້ນທາຕາ)

ເມື່ອ​ຜິວ​ໜັງ​ເລີ່ມ​ຫ່ຽວ​ລົງ​ໄປ​ຕາມ​ການ​ເວລາ ກໍ​ອາດ​ເຮັດໃຫ້​ຜິວ​ທີ່​ເປືອກ​ຕາ​​ຫົດ​ໂຕ​ລົງ​ໄປ​ນໍາ ເຊິ່ງ​ເວລາ​ທາ​ອາຍ​ແຊ​ໂດ​ກໍ​ອາດຈະ​ເຮັດໃຫ້​​ກົບເກືອນຫາຍ​ໄປ​ໄດ້ ທາງ​ທີ່​ດີ​ຜູ້ຍິງ​ອາຍຸ​ເລກ 4 ຄວນ​ເລືອກ​ທາ​ອາຍ​ໄພເມີ​ກ່ອນ​ລົງ​ອາຍ​ແຊ​ໂດ​ທຸກ​ເທື່ອ ເພື່ອ​ໃຫ້​ອາຍ​ແຊ​ໂດຕິດ​ທົນ​ ແລະ ​ມີ​ສີ​ງາມ​ຍິ່ງ​ຂຶ້ນ

 

ປັດ​ແປ້ງ​ຝຸ່ນ​ປິດ​ທ້າຍ

ຖ້າຫາກ​ຕ້ອງ​ການ​ໃຫ້​ຜິວ​ໜ້າ​ນຽນ​ແໜ້ນ​ທົນ​ໝົດ​ມື້ ໃຫ້​ເລືອກ​ໃຊ້​ແປ້ງ​ຝຸ່ນ​​​ໃຫ້​ ທົ່ວ​ໜ້າ​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ​ ໂດຍ​ອາດຈະ​ເນັ້ນ​ທາແປ້ງ​ໄປ​ທົ່ວດັງ ໜ້າ​ຜາກ ແລະ ​ຄາງ ແຕ່​ໃຫ້​ຫລີກ​ລ້ຽງ​ບ່ອນແກ້ມ ​ແລະ ​ກ້ອງ​ຕາ ເພື່ອ​ບໍ່​ໃຫ້​ແປ້ງ​ເຂົ້າໄປ​ກອງ​ແຖວ​ທີ່​ມີ​ຮ່ອງ​ຮອຍ ພຽງ​ເທົ່າ​ນີ້ ​ໜ້າ​ກໍ​ນວນ​ນຽນ​ງາມ​​ໝົດ​ມື້​ແລ້ວ​

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...