spot_img
Homeຄວາມງາມດັງລອກລະດູໜາວ ແກ້ໄດ້!

ດັງລອກລະດູໜາວ ແກ້ໄດ້!

Published on

ดาวน์โหลด

ໄລຍະ​ນີ້​ອາ​ກາດ​ເລີ່ມ​ເຢັນ​ລົງ ສາວໆກໍ່​ຈະ​ກຳ​ລັງ​ຮູ້ສຶກ​ເຖິງ​ການ​ປ່ຽນ​ແປງ​ໃນ​ຮ່າງກາຍ​ຢູ່​ແມ່ນບໍ່ ເພາະ​ຫລາຍໆ ຄົນ​ຜິວ​ເລີ່ມ​ແຫ້ງ ດັງ​ເລີ່ມ​ລອກ ເຊິ່ງ​ເປັນ​ສັນ​ຍານ​ບອກວ່າ ​ກຳ​ລັງ​ເຂົ້າ​ສູ່​ລະດູ​ໜາວ​ຢ່າງ​ເຕັມ​ໂຕ​ແລ້ວ​ນັ້ນ​ເອງ ແລະ ​ໃນ​ໄລຍະ​ນີ້​ບັນຫາ​ສ່ວນ​ໃຫຍ່​ທີ່​ຜິວ​ມັກ​ຈະ​ຕ້ອງ​ພົບ​ເຫັນ ກໍ​ຄົງ​ໜີ​ບໍ່​ພົ້ນ​ເລື່ອງ​ບັນຫາ​ຜິວ​ແຫ້ງ​ແຕ​ກລາຍ​ເພາະ​ພົບກັບ​ອາ​ກາດ​ເຢັນ ​ແລະ ​ແຫ້ງ ເຮັດໃຫ້​ຜິວ​ຂາດ​ຄວາມ​ຊຸ່ມ​ຊື່ນ ເຊິ່ງ​ເປັນ​ສາ​ເຫດ​ຫລັກໆ ທີ່​ເຮັດໃຫ້​ຜິວ​ລອກ​ໄດ້​ງ່າຍ​ຫລາຍ​ໆ ໂດຍ​ສະເພາະ​ບໍລິເວນ​ດັງ ເຊິ່ງ​ໃຜ​ທີ່​ມີ​ບັນຫາ​ນີ້​ຢູ່​ຄົງ​ຈະ​ຮູ້ສຶກ​ລຳ​ຄານ​ ຫລື ​ໝົດ​ຄວາມຫມັ້ນ​ໃຈ​ກັນ​ ເພາະ​ເວລາ​ທາ​ແປ້ງ​ນີ້​ຈະ​ເຫັນ​ເປັນ​ຄາບ​ຂາວ ແຖມ​ຍັງ​ຄັນ​ໜ້ານໍາອີກ​ ແຕ່​ດ້ວຍ​ຄວາມ​ທີ່​ເຮົາ​ເປັນ​ຜູ້ຍິງ ຢ່າ​ປ່ອຍ​ໃຫ້​ບັນຫາ​ດັງ​ລອກ​ມາ​ທໍາຮ້າຍ​ເຮົາ​ໄດ້​ງ່າຍໆ ​ສາວໆ ເພາະ​ມັນ​ຈະ​ເຮັດໃຫ້​​ໝົດ​ງາມ​ໄດ້​ເລີຍ​ ດັ່ງ​ນັ້ນ​ເຮົາ​ມາ​ກຽມ​ໂຕ​ຮັບ​ມື​ກັບ​ບັນຫາ​ນີ້​ກັນ​ດີກວ່າ ດ້ວຍ​ວິທີ​ງ່າຍໆ ທີ່​ເອົາ​ມາ​ຝາກໃຫ້​ສາວໆໄດ້​ລອງ​ເຮັດ​ກັນ ຮັບຮອງ​ວ່າ​ຈະ​ສາມາດ​ຊ່ວຍ​ກຳຈັດ​ບັນຫາ​ດັງ​ລອກ​ວົນ​ໃຫ້​ເຊົາ​ໄປ​ຈາກ​​ໜ້າ​ງາມໆ ​ໄດ້​ຢ່າງ​ແນ່ນອນ​

ວິທີ​ຮັບ​ມື​ກັບ​ບັນຫາ​ດັງ​ລອກ​ໃນ​ໜ້າ​ໜາວ ສາວໆ ສາມາດ​ເຮັດ​ໄດ້​ງ່າຍ​ຫລາຍ​ໆ  ພຽງ​ແຕ່​ໃຊ້​ໂຕ​ຊ່ວຍ​ສຳຄັນ​ກໍ່ຄື ຄີມ​ທາ​ໜ້າ ເບ​ບີອອຍ ວາສະ​ລີນ ຫລື​ ນ້ຳ​ມັນ​ໝາກພ້າວ ເລືອກ​ໃຊ້​ຢ່າງ​ໃດ​ຢ່າງ​ໜຶ່ງ​ກໍ​ໄດ້​ ແຕ່​ຖ້າ​ເປັນ​ຄີມ ຄວນ​ຈະ​ເລືອກ​ທີ່​ມີ​ສ່ວນ​ປະສົມ​ຂອງ​ມອຍ​ເຈີ​ໄລ​ເຊີ​ໃຫ້​ຫລາຍໆ ເພາະ​ໂຕ​ມອຍ​ເຈີ​ໄລ​ເຊີເອງ​ຈະ​ຊ່ວຍ​ເກັບ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຜິວ​ໄດ້​ດົນ​ຕະຫລອດ​ມື້ ເຊິ່ງ​ຈະ​ຊ່ວຍ​ບໍ່​ໃຫ້​ດັງ​ລອກ​ນັ້ນ​ເອງ​

ກ່ອນ​ນອນ ໃຫ້​ທາ​ຄີມ​ບຳ​ລຸງ​ຜິວ ເບ​ບີ​ອອຍ ວາສະ​ລີນ ຫລື ​ນ້ຳ​ມັນ​ໝາກ​ພ້າວ (ຢ່າງ​ໃດ​ຢ່າງ​ໜຶ່ງ) ທາ​ບໍລິເວນ​ດັງ ໂດຍ​ໃຫ້​ເນັ້ນ​ທາ​ຈຸດ​ທີ່​ຜິວ​ລອກ​ດົນ​ເປັນ​ພິເສດ ແລະ ​ນວດ​ເບົາໆ ເພື່ອ​ໃຫ້​ຄີມ​ ຫລື ​ນ້ຳ​ມັນ​ໄດ້​ຊຶມ​ເຂົ້າ​ສູ່​ຜິວ ແຕ່​ຈະ​ນວດ​ດົນ​ສໍ່າ​ໃດ​ໃຫ້​ສາວໆ ຄອຍຖ້າ​ສັງເກດ​ວ່າ​ ຮອຍ​ລອກ ​ຢູ່​ດັງ​ຈະ​ເຊົາ​ໄປເອງ ກໍ​ຖື​ວ່າ ​ໃຊ້​ໄດ້​ແລ້ວ​ ຮັບຮອງ​ວ່າ ​ຕື່ນ​ເຊົ້າ​ມາ​ດັງ​ທີ່ລອກ​ຈະ​ເບິ່ງ​ດີ​ຂຶ້ນ​ໄດ້ ໂດຍ​ໃຫ້​ເຮັດ​ຕໍ່​ເນື່ອງ​ທຸກ​ມື້​ຈົນ​ກວ່າ​ອາການ​ດັງ​ລອກ​ຈະ​ເຊົາ​ເປັນ​ປົກກະຕິ​

ໃນ​ຕອນເຊົ້າ​ກ່ອນ​ຈະ​ແຕ່ງ​ໜ້າ ໃຫ້​ສາວໆ ທາ​ຄີມ​ທາ​ຜິວ​​ໃສ່​ໜ້າ ​ແລະ ​ດັງ​ຖິ້ມ​ໄວ້​ກ່ອນ​ປະ​ມານ 5 ນາ​ທີ ໂດຍ​ໃຫ້​ເຮັດ​ຄືເກົ່າ ທາ​ຄີມ​ໃຫ້​ທົ່ວ​ທັງ​ໜ້າ ແລະ​ ເນັ້ນ​ຈຸດ​ລອກ​ບໍລິເວນ​ດັງ ນວດ​ຄ່ອຍໆ ຈົນ​ຮອຍ​ລອກ​ຈາງ​ຫາຍ​ໄປ ປ່ອຍ​ໃຫ້​ຄີມ​ແຫ້ງ​ກ່ອນ​ແລ້ວ​ຄ່ອຍ​ລົງ​ມື​ແຕ່ງ​ໜ້າ ວິທີ​ນີ້​ຈະ​ບໍ່​ເຮັດໃຫ້​ຮອຍ​ດັງ​ລອກ​ປາກົດ​ອອກ​ມາ​ໃຫ້​ເຫັນ​ແນ່ນອນ​

ບົດຄວາມຫຼ້າສຸດ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...