spot_img
Homeຂ່າວການຮ່ວມມືລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ

ລາວ-ບຣູໄນ ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ ການຄ້າ ແລະ ການລົງທຶນ

Published on

ໃນລະຫວ່າງວັນທີ 9-11 ສິງຫາ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບູຣໄນ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຄະນະກຳ ມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3(JCBC-3), ທີ່ນະຄອນຫລວງບັນ ດາເສຣີເບກາວັນ, ປະເທດ ບຣູໄນ ດາຣູຊາລາມ ຕາມການເຊື້ອເຊີນຂອງ ທ່ານ ເອຣີວັນ ເປີຮິນ ຢູ ຊ໊ອບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ບຣູໄນ-ລາວ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ບູຣໄນ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022, ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3) ໂດຍການເປັນປະທານຮ່ວມ ລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ເອຣີວັນ ເປີຮິນ ຢູຊ໊ອບ. ການກ່າວເປີດກອງປະຊຸມ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍທ່ານ ເອຣີວັນ ເປີຮິນ ຢູຊ໊ອບ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນລັດ ຖະມົນຕີກະຊວງການຕ່າງປະເທດ ບູຣໄນ ດາຣູຊາລາມ ອີກສະໄໝໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນປະທານອາຊຽນຂອງ ບູຣໄນ ດາຣູຊາຣາມ ໃນປີ 2021 ຜ່ານມາ.

ໃນກອງປະຊຸມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ບຣູໄນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມນີ້ ກອງປະຊຸມກໍ່ໄດ້ທົບທວນຄືນເຖິງ ໝາກຜົນຂອງການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງບົດບັນທຶກການຮ່ວມມືສອງຝ່າຍຄັ້ງທີ 2 ໃນໄລຍະຜ່ານມາ, ສອງຝ່າຍ ໄດ້ສະແດງຄວາມຍິນດີສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊົມ ເຊີຍວຽກງານການຝຶກອົບຮົມ ແລະ ແລກປ່ຽນດ້ານການທະຫານ ທີ່ມີບາດກ້າວອັນດີ.

ພ້ອມນີ້, ສອງຝ່າຍ ເຫັນດີຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ-ການລົງທຶນ ໂດຍການປະສານສົມທົບຢ່າງກົມກຽວກັນໂດຍຜ່ານ ສະພາການຄ້າ ແລະ ອຸດສະຫະກຳ ຂອງສອງປະເທດ, ຊຸກຍູ້ການຮ່ວມມືດ້ານກະສິກຳ ໂດຍສະເພາະສຶກສາຄວາມເປັນໄປໄດ້ໃນການຊື້-ຂາຍເຂົ້າ ແລະ ຜະລິດຕະພັນດ້ານກະສິກຳ, ເຫັນດີສືບຕໍ່ການຮ່ວມມືດ້ານອຸດສະຫະກຳ, ພະລັງງານ, ການຄ້າ-ການລົງທຶນ, ການຄົມມະນາຄົມທາງອາກາດ, ການສຶກສາ, ກິລາ, ການພັດທະນາຊັບພະຍາກອນມະນຸດ,ແຮງງານ, ສະຫວັດດີການສັງຄົມ, ການຮ່ວມມືດ້ານແມ່ຍິງ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍໄດ້ປຶກສາຫາລືຮ່ວມກັນໃນການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ກວມເອົາຫລາຍຂົງເຂດການຮ່ວມມື, ແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ບຣູໄນ. ພິເສດໃນປີ 2023 ທີ່ຈະມາເຖິງນີ້, ສອງປະເທດ ເຫັນດີເປັນເອກະພາບ ຈະຮ່ວມກັນຈັດບັນດາກິດຈະກໍາສໍາຄັນຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ ຄົບຮອບ 30 ປີ(27/07/1993-27/07/2023) ໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນຂອງສອງປະເທດ ລາວ-ບຣູໄນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...