spot_img
Homeຂ່າວທ້ອງຖິ່ນທຽວບໍ່ໄດ້ຊົ່ວຄາວ! ຂົວນ້ຳພະນາຍ 3 ເມືອງທຸລະຄົມ

ທຽວບໍ່ໄດ້ຊົ່ວຄາວ! ຂົວນ້ຳພະນາຍ 3 ເມືອງທຸລະຄົມ

Published on

ອີງຕາມການລາຍງານຂອງ ໜັງສືພິມແຂວງວຽງຈັນໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້, ການນໍາຂອງເມືອງທຸລະຄົມ ແລະ ຂະແໜງ ຍທຂ ແຈ້ງຂ່າວມາຍັງບັນດາທ່ານຜູ້ຂັບຂີ່, ບັນດາລູກຫລານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ທີ່ເດີນທາງຜ່ານເມືອງທຸລະຄົມ ແຂວງວຽງຈັນ ຊາບທົ່ວເຖິງກັນວ່າ: ປະຈຸບັນ ຂົວນໍ້າພະນາຍ 3 ຈຸດທາງໜ້າທະນາຄານສົ່ງເສີມກະສິກໍາໜ່ວຍບໍລິການເມືອງທຸລະຄົມ, ເສັ້ນທາງເລກທີ 10 ໄດ້ປິດໃຫ້ບໍລິການນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນລິນໄລຍະ 3-4 ວັນຜ່ານມາ ບວກກັບກະແສນໍ້າພະນາຍໄຫລຊຸທັ່ງເຮັດໃຫ້ຕາຝັ່ງສົ້ນຂົວເຊາະເຈື່ອນ ຖ້າຫາກສັນຈອນຜ່ານຂ້າມຂົວດັ່ງກ່າວແມ່ນບໍ່ຮັບປະກັນ.

ສະນັ້ນ ການນໍາຂອງເມືອງທຸລະຄົມ ແລະ ຂະແໜງ ຍທຂ ຈຶ່ງມີທິດຊີ້ນໍາໃຫ້ປິດການນໍາໃຊ້ຂົວນໍ້າພະນາຍ 3 ຊົ່ວຄາວ ນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອແກ້ໄຂສ້ອມແປງໃຫ້ຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ ແລະ ຜູ້ທີ່ຊົມໃຊ້, ໃນໄລຍະທີ່ດັ່ງກ່າວນີ້ ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານກາຍເມືອງທຸລະຄົມ, ໂດຍສະເພາະແມ່ນສັນຈອນຜ່ານເຂດບ້ານເທດສະບານເມືອງ ບໍ່ໃຫ້ມາຈຸດທີ່ຂົວເປ່ເພ, ແນະນໍາໃຫ້ໄປທຽວທາງຂົວນໍ້າພະນາຍ 2 ເສັ້ນທາງແຍກບ້ານໂພນແຮ່ລັດໄປຫາສາມແຍກຄຸ້ມໝື່ນໝັ້ນ ບ້ານເກິນກາງ, ສໍາລັບລົດບັນທຸກໜັກໃຫ້ສືບຕໍ່ໄປທຽວທາງເວັ້ນຈຸດໃກ້ກັບວິທະຍາໄລຄູບ້ານເກິນລັດໄປຫາທາງແຍກຄຸ້ມໂພນງາມ ບ້ານບໍ່ຄືເກົ່າ, ຖ້າຫາກການສ້ອມແປງຂົວສໍາເລັດແລ້ວຈະແຈ້ງໃຫ້ບັນດາທ່າຮັບຊາບຕາມພາຍຫລັງ,

ພ້ອມກັນນັ້ນໃນຊ່ວງລະດູຝົນນີ້ ຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທັງຫລາຍ ຈົ່ງຄ່ອຍໄປຄ່ອຍມາ, ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ແລະ ມີສ່ວນຮ່ວມໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາເສັ້ນທາງ ແລະ ຂົວແຫ່ງຕ່າງໆພາຍໃນເມືອງທຸລະຄົມໃຫ້ມີອາຍຸການໃຊ້ງານຍາວນານຮ່ວມກັນ.

ທີ່ມາ: ໜັງສືພິມແຂວງວຽງຈັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...