Homeຂ່າວຕ່າງປະເທດອະດີດຜູ້ນຳສີລັງກາຈະມາອາໄສຢູ່ປະເທດໄທຊົ່ວຄາວ

ອະດີດຜູ້ນຳສີລັງກາຈະມາອາໄສຢູ່ປະເທດໄທຊົ່ວຄາວ

Published on

ໂກບາຍາ ຣາສປັກຊາ ອະດີດຜູ້ນຳສີລັງກາ ຖືກປະຊາຊົນຂັບໄລ່ຈົນຕ້ອງໜີອອກຈາກປະເທດ ເພື່ອໄປພັກຊົ່ວຄາວຢູ່ສິງກະໂປ ແຕ່ເນື່ອງຈາກວີຊ່າສິງກະໂປຈະສິ້ນສຸດແລ້ວ ປະເທດຕໍ່ໄປແມ່ນປະເທດໄທ.

ສຳນັກຂ່າວ ໄທໂພສ ລາຍງານວ່າ: ວັນພຸດທີ 10 ສິງຫາ 2022 ອະດີດປະທານາທິບໍດີສີງລັງກາ ໂກບາຍາ ຣາສປັກຊາ ທີ່ຖືກປະຊາຊົນຂັບໄລ່ຈົນຕ້ອງໜີອອກນອກປະເທດກ່ອນທີ່ລາວລາອອກຈາກຕຳແໜ່ງໃນເວລາຕໍ່ມາ ຂະນະນີ້ລາວກຳລັງຢູ່ສິງກະໂປ ແລະ ມີກຳນົດຍົກຍ້າຍຖິ່ນຖານໄປປະເທດອື່ນ ເພາະວີຊ່າສິງກະໂປຈະໝົດກຳນົດໃນວັນພະຫັດນີ້.

ຕາມປົກກະຕິ ຄົນສີລັງກາທີ່ເດີນທາງໄປສິງກະໂປ ຈະໄດ້ຮັບວີຊ່າເປັນເວລາ 30 ມື້ ແຕ່ທາງສິງກະໂປກ່າວວ່າ ໃນຕອນທຳອິດພວກເຂົາໃຫ້ເວລາກັບ ຣາສປັກຊາ ສາມາດຢູ່ໃນປະເທດໄດ້ແຕ່ 2 ອາທິດ ກ່ອນທີ່ຈະຂະຫຍາຍເວລາວີຊ່າໄປອີກ 2 ອາທິດໃນເວລາຕໍ່ມາ.

ມີລາຍງານວ່າ ຣາສປັກຊາ ແລະ ຄອບຄົວຈະເດີນທາງໄປປະເທດໄທ ຫຼັງຈາກທີ່ພະຍາຍາມຂະຫຍາຍອາຍຸວີຊ່າ ແຕ່ບໍ່ໄດ້ຮັບການອະນຸມັດຈາກສິງກະໂປ.

ກ່ອນໜ້ານີ້ ຣາສປັກຊາຈະເດີນທາງກັບສີລັງກາ ແຕ່ນາຍົກຄົນປັດຈຸບັນສີງລັງກາ ໄດ້ແນະນຳໃຫ້ໄປຢູ່ປະເທດໄທກ່ອນ.

ກະຊວງການຕ່າງປະເທດຂອງໄທ ອອກມາຖະແຫຼງຢືນຢັນວ່າ ໄດ້ຮັບຄຳຂໍຈາກສີລັງກາໃຫ້ອະນຸມັດ ຣາສປັກຊາ ເດີນທາງເຂົ້າປະເທດ ພ້ອມຢືນຢັນວ່າຈະບໍ່ມີການຂໍລີ້ໄພທາງການເມືອງຢູ່ປະເທດໄທ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...