spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II

Published on

ໃນວັນທີ 10 ສິງຫາ 2022 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍອາດີດພະນັກງານການນຳແຂວງ, ອາດີດສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະຜູ້ຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ, ໃນນັ້ນ, ຈະໄດ້ຮັບຟັງການລາຍງານ ແລະການພິຈາລະນາ-ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອຄັ້ງນີ້ງແຂວງ ເປັນຕົ້ນ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ ຂອງແຂວງປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການລົງທຶນຂອງພາກລັດ ແລະເອກະຊົນທັງພາຍໃນ ແລະຕ່າງປະເທດ, ການແກ້ໄຂບັນຫາໜີ້ສິນຂອງລັດ (ໂຄງການໃນແຜນ ແລະ ນອກແຜນ) ໃນໄລຍະຜ່ານມາ ກໍຄື 6 ເດືອນຕົ້ນປີແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ແລະແຜນຈຸດສຸມໃນຕໍ່ໜ້າ; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຄຸ້ມຄອງລາຄາສິນຄ້າປະເພດຕ່າງໆຢູ່ແຂວງຫຼວງພະບາງ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022;

ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຜະລິດສະບຽງອາຫານ ຕິດພັນກັບການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານຂອງທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ ກ່ຽວກັບການຄຸ້ມຄອງຮ້ານແລກປ່ຽນເງິນຕາ; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບ ການກໍານົດລາລາຄາປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ແລະ ການຄຸ້ມຄອງສະຖານທີ່ບັນເທີງ; ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ແຜນຈຸດສຸມໃນຕໍ່ໜ້າ; ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການໄອຍະການປະຊາຊົນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022.

ພ້ອມນີ້ ຈະມີການປະກອບຄໍາເຫັນ ຈາກພາກສ່ວນກ່ຽວຂ້ອງ ແລະສະມາຊິກສະພາແຫ່ງຊາດ-ສະມາຊິກສະພາປະຊາຊົນແຂວງ ຈະໄດ້ມີການຊັກຖາມ ຕໍ່ບັນຫາທີ່ພົ້ນເດັ່ນ ເຊິ່ງເປັນຈຸດສົນໃຈຂອງຜູ້ແທນ ກໍຄືປະຊາຊົນບັນດາເຜົ່າ, ທັງຈະໄດ້ມີການຊີ້ແຈງ, ອະທິບາຍ ແລະຕອບຂໍ້ຊັກຖາມ ຂອງຜູ້ຕາງໜ້າອົງການປົກຄອງແຂວງ ກໍຄືບັນດາຂະແໜງການທີ່ກ່ຽວຂ້ອງ ເປັນແຕ່ລະກໍລະນີ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບການເມືອງຂອງຕົນ ບົນພື້ນຖານເຫດຜົນ ແລະ ຄວາມເປັນຈິງ ຂອງແຂວງຫຼວງພະບາງ. ໂອກາດ ກ່າວໄຂກອງປະຊຸມ ທ່ານ ວົງສະຫວັນ ເທບພະຈັນ ໄດ້ມີຄຳເຫັນຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ແຕ່ລະວຽກງານໃຫ້ເລິກເຊິ່ງ, ທັງຮັບປະກັນ ໃຫ້ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະຄວາມເປັນຈິງຂອງສັງຄົມໃນປະຈຸບັນ, ເພື່ອຄວາມເປັນເອກະພາບກັນ ກ້າວໄປເຖິງການຮັບຮອງ ເອົາແຕ່ລະບັນຫາດ້ວຍຄຸນນະພາບສູງ ແລະຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນຕິດຕາມຮັບຟັງ ການດຳເນີນກອງປະຊຸມຄັ້ງນີ້ ພ້ອມທັງໃຫ້ຄຳເຫັນຕຳນິຕິຊົມ ແລະສະເໜີບັນຫາຕ່າງໆ ຜ່ານໂທລະສັບສາຍດ່ວນ ໝາຍເລກ 071 156 (ໂທແບບບໍ່ເສຍຄ່າ) ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...