Homeຂ່າວຕ່າງປະເທດໂຈ ໄບເດັນ ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ຢູເຄຣນເພີ່ມອີກ 1 ພັນລ້ານໂດລາ

ໂຈ ໄບເດັນ ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ຢູເຄຣນເພີ່ມອີກ 1 ພັນລ້ານໂດລາ

Published on

ໃນວັນຈັນ ທີ 8 ສິງຫາ 2022 ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດດອາເມຣິກາໄດ້ເປີດເຜີຍວ່າ: ອາເມຣິກາໄດ້ຈັດສັນການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ຢູເຄຣນເພີ່ມອີກ 1 ພັນລ້ານໂດລາ, ເຊິ່ງສົ່ງຜົນໃຫ້ຍອດລວມ ທີ່ສະຫະລັດອາເມຣິກາຊ່ວຍເຫຼືອຢູເຄຣນທັງໝົດນັ້ນຫຼາຍກວ່າ 9 ພັນລ້ານໂດລາ.

Colin Kahl ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງອາເມຣິກາ ໄດ້ກ່າວວ່າ ຕັ້ງໃຈທີ່ຈະໃຫ້ຄວາມຊ່ວຍເຫຼືອດ້ານການທະຫານໃຫ້ກັບຢູເຄຣນຢ່າງຕໍ່ເນື່ອງ ໃນຂະນະດຽວກັນຢູເຄຣນກໍພ້ອມທີ່ຈະຕໍ່ສູ້ເພື່ອຕ້ານການຮຸກຮານ.

ຄວາມຊ່ວຍເຫຼືອຄັ້ງໃໝ່ໃນຢູເຄຣນນີ້ ປະກອບດ້ວຍການຈັດຫາລູກປືນ, ອາວຸດ ແລະ ລະເບີດ.

ທ່ານ Kahl ຍັງກ່າວຕື່ມວ່າ ຣັດເຊຍຍັງໄດ້ເຂົ້າຍຶດຄອງດິນແດນເຂດຕະເວັນອອກຂອງຢູເຄຣນ ເຖິງແມ່ນວ່າກອງທັບຣັດເຊຍຈະໄດ້ຮັບຜົນກະທົບຢ່າງໜັກ ເນື່ອງຈາກການປະຕິບັດການທາງທະຫານຂອງຢູເຄຣນ ແລະ ຄວາມຊ່ວຍເຫຼືອທີ່ຢູເຄຣນໄດ້ຮັບ.

ນອກນີ້ ມີການຄາດການວ່າທະຫານຣັດເຊຍໄດ້ຮັບບາດເຈັບ ແລະ ເສຍຊີວິດໃນຢູເຄຣນປະມານ 70.000-80.000 ຄົນ.

ແຫຼ່ງຂ່າວຈາກ CNBC

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...