Homeຂ່າວພາຍ​ໃນລົດໄຟລາວ-ຈີນຂົນສົ່ງສິນຄ້າ ຢຽບຄົນເສຍຊີວິດ

ລົດໄຟລາວ-ຈີນຂົນສົ່ງສິນຄ້າ ຢຽບຄົນເສຍຊີວິດ

Published on

ລົດໄຟລາວ-ຈີນຂົນສົ່ງສິນຄ້າ ຢຽບຄົນເສຍຊີວິດຢູ່ km 26 ນະຄອນຫຼວງວຽງຈັນ.

ວັນທີ 5 ສິງຫາ 2022 ໂທລະພາບປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ທ່ານ ຮອງຫົວໜ້າກອງ ປກສ ເມືອງນາຊາຍທອງ ນ.ວ ໃຫ້ສຳພາດກ່ຽວກັບເຫດການລົດໄຟລາວ-ຈີນຂົນສົ່ງສິນຄ້າ ຈາກນະຄອນຫຼວງ ຫາ ບໍເຕັນ ໄດ້ຢຽບຄົນເສຍຊີວິດຢູ່ km 26 ບ້ານຫວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 3 ສິງຫາ, ເຊິ່ງຫຼັງຈາກທີ່ເຈົ້າໜ້າທີ່ໄດ້ຮັບລາຍງານ ກໍໄດ້ລົງໄປກວດສອບ ແລະ ເກັບກຳຂໍ້ມູນ, ເບື້ອງຕົ້ນໄດ້ຊາບວ່າຜູ້ເສຍຊີວິດແມ່ນ ທ້າວ ຊາວໄຮໂອ ອາຍຸ 48ປີ ເຊື້ອຊາດ ຈີນ.

ຈາກເຈົ້າໜ້າທີ່ໄດ້ສືບສວນສອບສວນຕໍ່ນ້ອງຊາຍຂອງຜູ້ກ່ຽວ ຈຶ່ງຮູ້ສາເຫດຄັ້ງນີ້ວ່າ ຜູ້ກ່ຽວມີເຈດຕະນາຂ້າໂຕຕາຍ ເນື່ອງຈາກພົບບັນຫາຄອບຄົວ.

ທ່ານ ຮອງຫົວໜ້າກອງ ປກສ ຍັງໄດ້ກ່າວຕື່ມອີກວ່າ ໃຫ້ປະຊາຊົນ ໂດຍສະເພາະປະຊາຊົນທີ່ອາໄສຢູ່ໃກ້ກັບທາງລົດໄຟ ຫ້າມເຂົ້າໄປໃນເຂດທາງລົດໄຟເດັດຂາດເພາະຈະເປັນອັນຕະລາຍ ແລະ ໃຫ້ພ້ອມກັນເປັນເຈົ້າການໃນການປົກປັກຮັກສາເສັ້ນທາງດັ່ງກ່າວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...