Homeຂ່າວຕ່າງປະເທດພົບຜູ້ຕິດເຊື້ອໝາກສຸກລີງກໍລະນີທີ່ 4 ໃນປະເທດໄທ

ພົບຜູ້ຕິດເຊື້ອໝາກສຸກລີງກໍລະນີທີ່ 4 ໃນປະເທດໄທ

Published on

ກົມຄວບຄຸມພະຍາດໃນໄທ ລາຍງານວ່າ ພົບຜູ້ຕິດເຊື້ອໝາກສຸກລີງ ຫຼື ຝີດາດລີງ ກໍລະນີທີ່ 4 ໃນປະເທດໄທ ສ່ຽງໃກ້ຊິດກັບຜູ້ອື່ນ ແລະ ສະຖານທີ່ບັນເທີງ.

ວັນທີ 5 ສິງຫາ ກໍລະກົດ 2022 ກົມຄວບຄຸມພະຍາດຂອງໄທ ເຮັດໃຫ້ຮູ້ວ່າ: ໄດ້ຮັບລາຍງານພົບຜູ້ຕິດເຊື້ອຝີດາດລີງ ກໍລະນີທີ່ 4 ຂອງປະເທດໄທ ອາຍຸ 22 ປີ ມີປະຫວັດທ່ຽວສະຖານທີ່ບັນເທີງ ໃນກຸງເທບ ເປັນປະຈຳ ແລະ ມີການສຳພັດໃກ້ຊິດກັບຜູ້ອື່ນ.

ຜູ້ຕິດເຊື້ອເລີ່ມມີໄຂ້ ຕັ້ງແຕ່ວັນທີ 29 ກໍລະກົດ 2022 ແຕ່ຍັງໄປທ່ຽວສະຖານທີ່ບັນເທີງ ມາວັນທີ 30 ກໍລະກົດ ເລີ່ມມີຕຸ່ມຕາມແຂນຂາ ແລ້ວລາມໄປຕາມຮ່າງກາຍ ວັນທີ 3 ສິງຫາ ຈຶ່ງເດີນທາງເຂົ້າຮັບການຮັກສາໃນໂຮງໝໍ ແລະ ກວດຜົນຈາກຈາກກະຊວງສາທາລະນະສຸກ ມາວັນທີ 4 ສິງຫາ ຈຶ່ງຢືນຢັນວ່າພົບເຊື້ອໝາກສຸກລີງ.

ຜູ້ຕິດເຊື້ອເປັນຜູ້ຍິງ ອາຍຸ 22 ປີ ຈາກປະເທດໄນຈີເລຍ ເປັນຜູ້ຍິງຄົນທຳອິດໃນປະເທດໄທ ທີ່ພົບວ່າຕິດເຊື້ອໝາກສຸກລີງ.

ດ້ານສະຖານະການພະຍາດໝາກສຸກລີງໃນທົ່ວໂລກ ໃນວັນທີ 4 ສິງຫາ 2022 ຜູ້ຕິດເຊື້ອຝີດາດລີງທົ່ວໂລກມີ 26.208 ຄົນ ຢືນຢັນວ່າພົບແລ້ວໃນ 83 ປະເທດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...