Homeຂ່າວຕ່າງປະເທດອາເມຣິກາປະກາດໃຫ້ໂຣກລະບາດໝາກສຸກລີງເປັນພາວະສຸກເສີນ

ອາເມຣິກາປະກາດໃຫ້ໂຣກລະບາດໝາກສຸກລີງເປັນພາວະສຸກເສີນ

Published on

ວັນທີ 4 ສິງຫາ 2022 ສະຫະລັດອາເມຣິກາ ປະກາດໃຫ້ໂຣກລະບາດຝີດາດລີງ ຫຼື ໝາກສຸກລີງ ໃນປະເທດ ເປັນພາວະສຸກເສີນດ້ານສາທາລະນະສຸກ ເພື່ອລະດົມຊັບພະຍາກອນໃນການຮັບມືກັບພະຍາດດັ່ງກ່າວ ທີ່ມີຜູ້ຕິດເຊື້ອຢູ່ອາເມຣິກາແລ້ວ 6.600 ຄົນ.

ການປະກາດນີ້ ຈະຊ່ວຍເປີດທາງໃຫ້ທາງການຈັດສັນເງິນ ແລະ ຄວາມຊ່ວຍເຫຼືອດ້ານອື່ນໆເພື່ອຫຼຸດການລະບາດ.

ລັດຖະມົນຕີກະຊວງສາທາລະນະສຸກ ແລະ ບໍລິການປະຊາຊົນ ໄດ້ກ່າວວ່າ: ໄດ້ກຽມໂຕຈະຍົກລະດັບການຮັບມືກັບໄວຣັສຊະນິດນີ້ ແລະ ພ້ອມໃຫ້ປະຊາຊົນທຸກຄົນຈິງຈັງກັບການລະບາດຂອງພະຍາດໝາກສຸກລີງ.

ກ່ອນໜ້ານີ້ ລັດຖະບານຂອງ ໂຈ ໄບເດນ ຖືກວິຈານເລື່ອງການບໍ່ນຳວັກຊີນໃຫ້ເຂົ້າເຖິງປະຊາຊົນຢ່າງພຽງພໍ ໂດຍສະເພາະຢູ່ນະຄອນນິວຢອກ ແລະ ຊານຟານຊິສໂກ.

ຂະນະທີ່ທຳນຽບຂາວກ່າວວ່າ ລັດຖະບານຈັດສັນວັກຊີນຫຼາຍກວ່າ 1,1 ລ້ານໂດສ ກຽມໄວ້ໃຫ້ປະຊາຊົນ ແລະ ຊ່ວຍເພີ່ມລະດັບການກວດປະຊາຊົນໃຫ້ໄດ້ຈຳນວນ 8 ໝື່ນຄົນຕໍ່ອາທິດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...