Homeຂ່າວພາຍ​ໃນເລຂາທິການໃຫຍ່ ພົບປະໂອ້ລົມພະນັກງານ ຫລັກແຫລ່ງເມືອງນານ ແລະ ເມືອງງອຍ

ເລຂາທິການໃຫຍ່ ພົບປະໂອ້ລົມພະນັກງານ ຫລັກແຫລ່ງເມືອງນານ ແລະ ເມືອງງອຍ

Published on

ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມ ເມືອງນານ ແລະ ເມືອງງອຍ ຫລວງພະບາງ.

ໃນວັນທີ 4 ສິງຫາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກຫລັກແຫລ່ງ ເມືອງນານ ແລະ ເມືອງງອຍ ແຂວງຫລວງພະບາງ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງເມືອງ ແລະ ປະຊາຊົນ 2 ເມືອງດັ່ງກ່າວໃຫ້ມີຄວາມສາມັກຄີ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ ເຂົ້າໃນການອອກແຮງງານຜະລິດ ເປັນສິນຄ້າໃຫ້ຫລາຍ ແລະ ມີສ່ວນແຮໄວ້ ໂດຍສະເພາະ ແມ່ນການຄໍ້າປະກັນສະບຽງອາຫານ, ການຜະລິດກະສິກໍາປອດສານພິດ, ປົກປັກຮັກສາສິ່ງແວດລ້ອມ,ເອົາ ໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫລານໃຫ້ໄດ້ຮັບການສຶກສາ ບໍ່ໃຫ້ປະລະການຮໍ່າຮຽນ.

ນອກນັ້ນ ທ່ານ ຄຳເກັ່ງ ຈັນທະວີສຸກ ເຈົ້າເມືອງນານກໍໄດ້ ລາຍງານສະພາບ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍຫຍໍ້ ໂດຍໄດ້ຍົກໃຫ້ຜົນສຳເລັດທີ່ອົງການປົກຄອງເມືອງຍາດມາໄດ້ໃນແຕ່ລະຂົງເຂດ ອັນເປັນພືນຖານເຮັດໃຫ້ເສດຖະ ກິດມີການຂະຫຍາຍຕົວໃນລະດັບ 5,65% ຕໍ່ປີ ສະເລ່ຍລາຍຮັບໄດ້ປະມານ 13 ລ້ານ ກວ່າກີບ ຫລື ປະມານ 1.400 ໂດລາຕໍ່ຄົນຕໍ່ປີ, ອັນພົ້ນເດັ່ນແມ່ນການປູກເຂົ້ານາ ສາ ມາດເຫລືອກິນ ແລະ ສົ່ງອອກເປັນສິນຄ້າ, ຄຽງຄູ່ກັບການປູກພືດອຸດສາຫະກຳ ແລະ ລ້ຽງສັດເປັນສິນຄ້າ ມີປະຊາຊົນ ແລະ ນັກທຸລະກິດພາຍໃນ ແລະ ຕ່າງປະເທດມາລົງທຶນຫລາຍໂຄງການ.

ໂອກາດ ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກຫລັກແຫລ່ງ ເມືອງງອຍ, ທ່ານ ທອງລຸນ ສີສຸລິດ ກໍໄດ້ຮັບຟັງການລາຍງານຈາກທ່ານເຈົ້າເມືອງກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍຫຍໍ້ ໂດຍໄດ້ຍົກໃຫ້ເຫັນທ່າແຮງຕົ້ນຕໍຂອງເມືອງ ເຊິ່ງຍັງແມ່ນການຜະລິດກະສິກຳ ເປັນຕົ້ນຕໍ, ທົ່ວເມືອງ ມີເນື້ອທີ່ນາທັງໝົດ 1.009 ເຮັກຕາ, ໃນນັ້ນມີເນື້ອທີ່ນາແຊງ 193 ເຮັກຕາ, ແຕ່ເນື້ອທີ່ເຮັດນາແຊງຕົວຈິງ 55 ເຮັກຕາ, ຜົນຜະລິດໄດ້ 243,36 ໂຕນ, ສະມັດຕະພາບ 4,5 ໂຕນ/ຮຕ, ມີຊົນ ລະປະທານຖາວອນ 6 ແຫ່ງ, ຝາຍປະຖົມປະຖານ 113 ແຫ່ງ. ນອກຈາກນີ້, ຍັັງໄດ້ຊຸກຍູ້ການປູກພືດອຸດສາຫະກຳປະເພດຕ່າງໆເປັນຕົ້ນ ສາລີຫວານ, ສາລີແຂງ, ໝາກເດືອຍ, ໝາກງາ, ໝາກນໍ້າມັນເຄືອ, ໝາກນ້ຳມັນຕົ້ນ, ປູກຂ່າ, ປູກພືດລະດູແລ້ງ ແລະ ລ້ຽງສັດ. ນອກຈກນີ້ ເມືອງງອຍ ຍັງມີທ່າແຮງບົ່ມຊ້ອນໃນການເຮັດບໍລິການ ການທ່ອງ ທ່ຽວ, ໃນທົ່ວເມືອງມີແຫລ່ງທ່ອງທ່ຽວ 40 ກວ່າແຫ່ງ ໃນໄລຍະ 6 ເດືອນຜ່ານມາສາມາດດຶ່ງດູດນັກທ່ອງທ່ຽວໄດ້ທັງໝົດ 1.909 ຄົນ, ຍິງ 1.091 ຄົນ, ໃນນັ້ນນັກທ່ອງທ່ຽວພາຍໃນ 1.704 ຄົນ, ຍິງ 968 ຄົນ, ຕ່າງປະເທດ 205 ຄົນ, ຍິງ 123 ຄົນ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 6.763.000 ກີບ/ຄົນ/ປີ ເທົ່າກັບ 650 ໂດລາ.

ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ, ພົບປະ ແລະ ມອບອຸປະກອນ ໃຫ້ຜູ້ເສຍອົງຄະຈຳນວນໜຶ່ງ ຢູ່ເມືອງງອຍ ຕື່ມອີກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...