Homeຂ່າວທ້ອງຖິ່ນດາກຈຶງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໋ອດປາ ຫຼາຍກວ່າ 700 ລາຍການ

ດາກຈຶງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໋ອດປາ ຫຼາຍກວ່າ 700 ລາຍການ

Published on

ໃນວັນທີ 2 ສິງຫາ 2022 ນີ້,​ ກອງບັນຊາການ ປກສ ເມືອງດາກຈຶງ ໄດ້ຈັດພິທີຈູດທຳລາຍ ອາວຸດລ່າເນື້ອ ແລະ ໝໍ້ຊ໋ອດປາ ຢູ່ທີ່ຟາມໄຊຊ່ວງເຮືອ ເມືອງດາກຈຶງ,​ ໂດຍໃຫ້ກຽດເປັນປະທານຂອງທ່ານ ສາກົນ ພອນປະເສີດ ກຳມະ ການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງ ທຶນ ຫົວໜ້າຄະນະທິມງານລົງກໍ່ສ້າງຮາກຖານການເມືອງຂັ້ນແຂວງ ປະຈຳເມືອງດາກຈຶງ,​ ມີຄະນະປະຈຳພັກເມືອງ,​ ກຳມະການພັກເມືອງ,​ ປກສ ກຸ່ມບ້ານ,​ ນາຍບ້ານ ແລະ ພະ ນັກງານພາຍໃນກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.​

ທ່ານ ພັຕ ວົງໄຊ ໃໝຍະສອນ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງດາກຈຶງ, ໄດ້ລາຍງານໃຫ້ຮູ້ວ່າ : ໃນໄລຍະຜ່ານມາເມືອງດາກຈຶງຂອງພວກເຮົາຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼາຍບັນຫາ ທີ່ພົ້ນເດັ່ນແມ່ນເຫດການທີ່ເກີດຈາກການນຳໃຊ້ອາວຸດເສິກ,​ ອາວຸດລ່າເນື້ອທຸກປະເພດ,​ ການລ່າສັດປ່າທີ່ຫວງຫ້າມ,​ ຮ້າຍແຮງໄປກ່ວານັ້ນແມ່ນເຫດການທີ່ເກີດຂຶ້ນສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ເຊິ່ງຜ່ານມາມີຄະດີທີ່ເກີດຂຶ້ນຍ້ອນນຳໃຊ້ອາວຸດເສິກ,​ ອາວຸດລ່າເນື້ອ ທັງໝົດ 8 ຄະດີ,​ ເສຍຊີວິດ 5 ຄົນ,​ ບາດເຈັບ 3 ຄົນ.

ຍ້ອນສາເຫດດັ່ງກ່າວນັ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈຶ່ງໄດ້ສົມທົມກັບອຳນາດການປົກຄອງທ້ອງຖິ່ນລົງຕິດຕາມ,​ ກວດກາ ຈຶ່ງສາ ມາດກວດ,​ ຍຶດ ພ້ອມຈູດທຳລາຍອາວຸດຕ່າງໆໃນຄັ້ງນີ້ ມີທັງໝົດ 768 ອັນ ເຊິ່ງແບ່ງອອກເປັນປະເພດ ດັ່ງນີ້: 1 ປະເພດປືນແກັບ 470 ກະບອກ,​ 2 ເລົາປືນແກັບ 268 ເລົາ,​ 3 ໝໍ້ຊ໋ອດປາ 30 ເຄື່ອງ,​ ນອກນີ້ຍັງໄດ້ກ່າວຕື່ມວ່າ ໃນຕໍ່ໜ້າພວກເຮົາຈະສຶບຕໍ່ລົງໂຄສະນາເຜີ່ຍແຜ່ຜົນກະທົບ,​ ຜົນຮ້າຍທີ່ເກີດຂຶ້ນຕໍ່ກັບຊີວິດ ແລະ ຊັບສິນ,​ ການລ່າສັດປ່າທີ່ຫວງຫ້າມ ລ້ວນແລ້ວທີ່ມີສາເຫດມາຈາກການຜະລິດ, ຊື້-ຂາຍ,​ ການມີໄວ້ໃນຄອບຄອງ ອາວຸດເສິກ,​ ອາວຸດລ່າເນື້ອ,​ ໝໍ້ຊ໋ອດປາ ແລະ ວັດຖຸທີ່ພາໃຫ້ເກີດລະເບີດທຸກຊະນິດ.

ທັງນີ້ກໍເພື່ອແນໃສ່ ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ເປັນໄປຕາມແຜນການທີ່ວາງໄວ້ ແລະ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບຫຼັກການ ເພື່ອຫຼີກລຽງບໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ ແລະ ຊັບສິນ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...