spot_img
Homeຂ່າວຕ່າງປະເທດຣັດເຊຍສະໜັບສະໜູນລັດຖະບານມຽນມາ ທີ່ຈະຮັກສາຄວາມສະເຖຍລະພາບຂອງປະເທດ

ຣັດເຊຍສະໜັບສະໜູນລັດຖະບານມຽນມາ ທີ່ຈະຮັກສາຄວາມສະເຖຍລະພາບຂອງປະເທດ

Published on

ຣັດເຊຍຈະສະໜັບສະໜູນລັດຖະບານທະຫານ ໃນການທີ່  ມິນ ອ່ອງ ຫຼ່າຍ ຜູ້ນຳມຽນມາ ປົກຄອງປະເທດມຽນມາ.

ຕາມການລາຍງານຂອງ ທາງການຣັດເຊຍໄດ້ລາຍງານວ່າ: ປະເທດຣັດເຊຍສະໜັບສະໜູນລັດຖະບານມຽນມາ ທີ່ຈະຮັກສາຄວາມສະເຖຍລະພາບຂອງປະເທດທີ່ໄດ້ຮັບຜົນກະທົບວິກິດ ແລະ ຈັດການເລືອກຕັ້ງໃນປີໜ້າ ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍກ່າວລະຫວ່າງພົບປະຫາລືກັບນາຍພົນລະດັບສູງຂອງມຽນມາໃນວັນທີ 3 ສິງຫາ 2022.

ປະເທດໃນອາຊີຕະເວັນອອກສຽງໃຕ້ ຕົກຢູ່ໃນຄວາມວຸ່ນວາຍຕັ້ງແຕ່ກອງທັບຍຶດອຳນາດໃນປີກ່ອນ ທີ່ລັດຖະບານທະຫານຖືກກຸ່ມສິດທິມະນຸດກ່າວຫາວ່າ ກໍ່ສົງຄາມໃນຄວາມພະຍາຍາມທີ່ຈະປາບປາມຕໍ່ການປົກຄອງຂອງພວກເຂົາ.

ໃນຂະນະທີ່ຖືກລັດຖະບານນາໆຊາດຂວ້ຳບາດ ລັດຖະບານມຽນມາກໍ່ພະຍາຍາມສາ້ງຄວາມສຳພັນກັບຣັດເຊຍ.

ເຊີເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດ ຂອງຣັດເຊຍກ່າວວ່າ: “ຈະເປັນນ້ຳໜຶ່ງໃຈດຽວກັນກັບຄວາມພະຍາຍາມຂອງລັດຖະບານທະຫານມຽນມາ ທີ່ຈະຮັກສາຄວາມສະຖຽນລະພາບໃນປະເທດ ແລະ ໃນປີໜ້າ ທີ່ຈະຈັດການເລືອກຕັ້ງ ຫວັງວ່າຈະປະສົບຜົນສຳເລັດໃນການເຮັດໃຫ້ປະເທດແຂງແຮງຂຶ້ນ ແລະ ຈະເລີນຮຸ່ງເຮືອງຂຶ້ນ”.

ເມື່ອວັນຈັນ ທີ 1 ສິງຫາ ຜູ້ນຳຂອງມຽນມາ ທີ່ເດີນທາງໄປມອສໂກ ປະເທດຣັດເຊຍເດືອນກ່ອນນີ້ ກ່າວວ່າ ການເລືອກຕັ້ງຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອປະເທດຈະມີຄວາມໝັ້ນຄົງ ແລະ ສະຫງົບສຸກກ່ອນ.

ເຊີເກ ລາຟຣອຟ ແລະ ຜູ້ນຳຂອງມຽນມາ ໄດ້ເປີດສະຖານະການກົງສູນແຫ່ງໃໝ່ ເພື່ອສົ່ງເສີມການເດີນທາງລະຫວ່າງ 2 ປະເທດໃຫ້ຫຼາຍຂຶ້ນ.

ເຊີເກ ລາຟຣອຟ ກຳນົດເດີນທາງຕໍ່ໄປຍັງການປະຊຸມລັດຖະມົນຕີຕ່າງປະເທດ ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (ອາຊຽນ) ໃນກຳປູເຈຍ ເຊິ່ງນັກການທູດລະດັບສູງຈາກມຽນມາ ກໍ່ໄດ້ຖືກກີດກັ້ນຈາກການປະຊຸມດັ່ງກ່າວ.

ອາຊຽນ ແລະ ອີກຫຼາຍປະເທດ ສະແດງຄວາມບໍ່ພໍໃຈ ຕໍ່ມຽນມາທີ່ປະຫານນັກໂທດ 4 ຄົນ ໃນການໃຊ້ໂທດປະຫານຂອງປະເທດ.

ເມື່ອມຽນມາໄດ້ຖືກກີດກັ້ນໃນເວທີລະຫວ່າງປະເທດ ລັດຖະບານທະຫານຈຶ່ງຫັນໄປຫາພັນທະມິດທັ້ງຈີນ ແລະ ຣັດເຊຍ ຫຼາຍຂຶ້ນ.

ກອງທັບທະຫານມຽນມາ ໄດ້ອ້າງເຖິງການຍຶດອຳນາດປະເທດໃນຄັ້ງນີ້ວ່າ ມີການໂກງ ການເລືອກຕັ້ງໃນປີ 2020 ທີ່ເປັນສະໄໝຂອງ ອອງຊານຊູຈີ, ແລ້ວມາໃນປີ 2021 ລັດຖະບານທະຫານມຽນມາ ໄດ້ຍົກເລີກຜົນການເລືອກຕັ້ງທີ່ມີຄະແນນສຽງຫຼາຍກວ່າ 11 ລ້ານສຽງ ທີ່ວ່າເປັນຜົນການທຸຈະລິດ.

ຫຼັງຈາກທີ່ລັດຖະບານທະຫານມຽນມາຍຶດອຳນາດ ມີປະຊາຊົນຫຼາຍກວ່າ 2.100 ຄົນ ໄດ້ຖືກສັງຫານໃນການປາບປາມຂອງທະຫານຕໍ່ຜູ້ທີ່ເຫັນຕ່າງ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...