Homeປ່ອງຢ້ຽມດວງດາວອົງການອະວະກາດເອີຣົບ ສາມາດນຳຍານສຳຫລວດ ລົງຈອດເທິງດາວຫາງ 67P ສຳເລັດ

ອົງການອະວະກາດເອີຣົບ ສາມາດນຳຍານສຳຫລວດ ລົງຈອດເທິງດາວຫາງ 67P ສຳເລັດ

Published on

EyWwB5WU57MYnKOuFIzZKPvJysicOSPu3Zt97MUlXYgGU0EAyvOWm8

 

ອົງການອະວະກາດເອີຣົບຖະແຫລງ ສາມາດນຳຍານສຳຫລວດອະວະກາດຟີເລ ລົງຈອດເທິງດາວຫາງໄດ້ສຳ

ເລັດ ເປັນຄັ້ງທຳອິດໃນປະຫວັດສາດ ຫລັງເດີນທາງມາໄດ້ດົນນານນັບສິບປີ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພະຈິກນີ້ວ່າ ຍານສຳຫລວດຟີເລ ໄດ້ລົງຈອດເທິງດາວຫາງ 67P

ໄດ້ຢ່າງປອດໄພແລ້ວ ຫລັງຈາກປ່ອຍອອກຈາກຍານ ໂຣ ເຊດຕາ ເຊິ່ງນັບເປັນຄັ້ງງທຳອິດໃນປະຫວັດສາດ ທີ່ມີ

ການສົ່ງຍານສຳຫລວດອະວະກາດໄປລົງຈອດເທິງດາວຫາງ ໂດຍຍານ ຟີເລ ໄດ້ສົ່ງສັນຍານກັບຄືນມາຍັງສູນປະ

ຕິບັດການລົງຈອດທາງພາກພື້ນດິນໄດ້ສຳເລັດ.

 

ດາວຫາງ 67P ມີຄວາມກວ້າງປະມານ 4 ກິໂລແມັດ ໂດຍມີລັກສະນະເປັນ 2 ສ່ວນເຊື່ອມຈອດກັນ ເຊິ່ງສ່ວນທີ

ໜຶ່ງມີລັກສະນະນ້ອຍກ່ວາ ແລະ ອີກສ່ວນໜຶ່ງໃຫຍ່ກ່ວາ ເບິ່ງຄ້າຍຄືກັນກັບຕຸກກະຕາເປັດ ໂດຍຈຸດທີ່ຍານຟີ

ເລລົງຈອດນັ້ນ ເປັນພື້ນທີ່ຮູບໄຂ່ເຊິ່ງຄ້າຍຄືກັນກັບບໍລິເວນໜ້າຜາກຂອງຕຸກກະຕາເປັດຢາງ, ການລົງຈອດ

ໃນຄັ້ງນີ້ ນັບເປັນຄັ້ງທຳອິດໃນປະຫວັດສາດ ຫລັງຈາກທີ່ຍານດັ່ງກ່າວ ໄດ້ເດີນທາງນັບ 10 ປີ ເພື່ອໄລ່ລ່າຊອກ

ຫາດາວຫາງ 67P ໂດຍສຳລັບພາລະກິດດັ່ງກ່າວ ຍານຟີເລ ຈະທຳການເກັບຕົວຢ່າງຝຸ່ນ ແລະ ແກ໊ສເທິງດາວ

ຫາງ 67P ເພື່ອນຳຂໍ້ມູນກັບຄືນມາວິເຄາະ ໂດຍຫວັງວ່າຈະສາມາດໄຂຄວາມລັບ ເຖິງການກຳເນີດສິ່ງທຳມະ

ຊາດ ແລະ ສິ່ງທີ່ມ່ີຊີວິດຕ່າງໆຂອງໂລກ ແລະ ດາວເຄາະດວງອື່ນໆໄດ້.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...