spot_img
Homeຂ່າວພາຍ​ໃນຕົ້ນປີນີ້ ອັດຕະປື ຢຶດໄມ້ຜິດກົດໝາຍໄດ້ 1.350 ກວ່າແມັດກ້ອນ

ຕົ້ນປີນີ້ ອັດຕະປື ຢຶດໄມ້ຜິດກົດໝາຍໄດ້ 1.350 ກວ່າແມັດກ້ອນ

Published on

ອີງຕາມມການລາຍງານ ປະເທດລາວ ໃຫ້ຮູ້ວ່າ: ທ່ານ ສະຫງິດ ວົງເສນາ ຫົວຫນ້າກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາວຽກງານປ່າໄມ້ປະຈໍາ 6 ເດືອນຕົ້ນປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 29 ກໍລະ ກົດ 2022 ນີ້.

“ໃນລະຍະ 6 ເດືອນຜ່ານມາເຈົ້າໜ້າທີ່ກອງກວດກາ ໄດ້ລົງກວດກາລາດຕະເວນ ຢູ່ຂອບເຂດທີ່ຫລໍ່ແຫລມຕ່າງໆ ໄດ້ທັງໝົດ 638 ຄັ້ງ, ທັງການສົມທົບລະ ຫວ່າງເຈົ້າໜ້າທີ່ປ່າໄມ້ແຂວງ ແລະ ໜ່ວຍງານກວດກາປ່າ ໄມ້ 5 ເມືອງ, ມີຜູ້ເຂົ້າຮ່ວມ ທັງໝົດ 1.368 ເທື່ອຄົນ, ສາ ມາດພົບເຫັນການກະທໍາຜິດ 39 ກໍລະນີ, ເຈົ້າໜ້າທີ່ໄດ້ສະແດງຕົວເຂົ້າໄປກັກຢຶດໄມ້ ຜິດກົດໝາຍໄດ້ທັງໝົດ 70.600 ກວ່າຕັບ, ບໍລິມາດ 1.350 ກວ່າແມັດກ້ອນ, ກັກຢຶດພາຫະນະລົດໄດ້ 12 ຄັນ ແລະ ເຄື່ອງມືຕັດໄມ້ອີກ 16 ເຄື່ອງ.”

ພ້ອມນັ້ນທາງເຈົ້າໜ້າທີ່ກອງກວດກາປ່າໄມ້ ຍັງໄດ້ລົງເຄື່ອນໄຫວກວດກາ ການລັກລອບຊື້ຂາຍ ສັດນໍ້າ-ສັດ ປ່າ ຕາມທ້ອງຕະຫລາດ ເທດສະບານແຂວງ ແລະ 5 ຕົວເມືອງ ຢູ່ເຂດ ຫລໍ່ແຫລມຕ່າງໆ ຈຳນວນ 8 ຄັ້ງ,ພົບເຫັນແມ່ຄ້າ ນໍາເອົາສັດນໍ້າ-ສັດປ່າປະເພດຊີ້ນຟານຈຳນວນ 7 ກິໂລ ວາງຂາຍຢູ່ຕາມທ້ອງຕະຫຼາດມີ 1 ຄັັ້ງ, ເຈົ້າໜ້າທີ່ກອງກວດກາປ່າໄມ້ ກໍ່ໄດ້ກັກຢຶດ ແລະ ທຳລາຍຊິ້ນສ່ວນສັດປ່າດັ່ງກ່າວ ພ້ອມທັງສຶກສາອົບຮົມ ແລະ ຕັກເຕືອນຜູ້ກ່ຽວໃຫ້ຢຸດເຊົາ ບໍ່ໃຫ້ມີການນໍາເອົາສັດປ່າ ຫລື ຊິ້ນສ່ວນສັດປ່າມາວາງຂາຍອີກໃນຕໍ່ໜ້າ .

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...