spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງຫມົດ 3.412 ຄັ້ງ

6 ເດືອນຕົ້ນປີ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງຫມົດ 3.412 ຄັ້ງ

Published on

ໃນວັນທີ 29 ໜັງສືພິມປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ໃນ 6 ເດືອນຕົ້ນປີ 2022 ມັງກອນ-ມິຖຸນາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງຫມົດ 3.412 ຄັ້ງ; ໃນນີ້, ອຸບັດຕິເຫດເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ 800 ກວ່າຄັ້ງ ແລະ ໃຊ້ຄວາມໄວເກີນກໍານົດ 700 ກວ່າຄັ້ງ.

ເຈົ້າຫນ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານວ່າ:

ໃນເດືອນມັງກອນ-ມິຖນາ 2022, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງຫມົດ 3.412 ຄັ້ງ, ພາຫະນະເປ່ເພເລັກຫນ້ອຍ 2.835 ຄັນ, ສົມຄວນ 3.024 ຄັນ, ໃຊ້ການບໍ່ໄດ້ 236 ຄັນ, ຄົນໄດ້ຮັບບາດ ເຈັບເລັກຫນ້ອຍ 2.713 ຄົນ, ສົມຄວນ 2.088 ຄົນ, ສາຫັດ 658 ຄົນ ແລະ ເສຍຊີວິດ 521 ຄົນ, ຈາກ ອຸບັດຕິເຫດທີ່ເກີດຂຶ້ນ ສ້າງຜົນເສຍຫາຍທັງຫມົດ 57.000.000.000 ກວ່າກີບ.

 

ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນ ສ່ວນຫຼາຍແມ່ນເກີດຈາກນັກຂັບຂີ່ເປັນຜູ້ລະເມີດກົດຈະລາຈອນ ສະແດງອອກຄື: ດື່ມສິ່ງມຶນເມົາແລ້ວຂັບຂີ່ ພາໃຫ້ເກີດອຸບັດຕິເຫດ 838 ຄັ້ງ, ໃຊ້ຄວາມໄວເກີນເກີດ ອຸບັດຕິເຫດ ທັງຫມົດ 713 ຄັ້ງ, ປ່ຽນທິດທາງການສັນຈອນກະທັນຫັນ 371 ຄັ້ງ, ແຊງຂຶ້ນຫນ້າບໍ່ຮັບປະກັນ 231 ຄັ້ງ, ບໍ່ປ່ອຍສິດ 107 ຄັ້ງ, ລ່ວງປ້າຍຫ້າມ-ໄຟອໍານາດ 98 ຄັ້ງ, ເກີດຈາກເຕັກນິກລົດບໍ່ຮັບປະກັນ 58 ຄັ້ງ ແລະ ອື່ນໆ 861 ຄັ້ງ.

ລັກສະນະຂອງການເກີດອຸບັດຕິເຫດ ສ່ວນຫຼາຍແມ່ນ: ຕໍາດ້ານຂ້າງ 1.036 ຄັ້ງ, ຕໍ່ຫນ້າເຊິ່ງຫນ້າ 805 ຄັ້ງ, ຕໍາດ້ານຫຼັງ 404 ຄັ້ງ, ດາດ 347 ຄັ້ງ, ລົດຈັກລົ້ມເອງ 208 ຄັ້ງ, ລົດຍົນປີ້ນເອງ 152 ຄັ້ງ, ຕໍາ ເສົາໄຟ 74 ຄັ້ງ, ຕໍາກໍາແພງ 44 ຄັ້ງ, ຕໍາເຮືອນ 23 ຄັ້ງ, ຕໍາຄູກາງທາງ 27 ຄັ້ງ, ຕໍາຕົ້ນໄມ້ 18 ຄັ້ງ ແລະ ອື່ນໆ 274 ຄັ້ງ.

+ ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າຫມູ່ ປະກອບມີ:

  • ນະຄອນຫຼວງວຽງຈັນ ເກີດຂຶ້ນ 529 ຄັ້ງ ເສຍຊີວິດ 104 ຄົນ
  • ຈໍາປາສັກ 431 ຄັ້ງ ເສຍຊີວິດ 58 ຄົນ 
  • ສະຫວັນນະເຂດ 353 ຄັ້ງ ເສຍຊີວິດ 62 ຄົນ
  • ວຽງຈັນ 316 ຄັ້ງ ເສຍຊີວິດ 27 ຄົນ
  • ຫຼວງນ້ໍາທາ 241 ຄັ້ງ ເສຍຊີວິດ 27 ຄົນ
  • ອຸດົມໄຊ 168 ຄັ້ງ ເສຍຊີວິດ 23 ຄົນ
  • ຫຼວງພະບາງ 262 ຄັ້ງ ເສຍຊີວິດ 29 ຄົນ
  • ບໍລິຄໍາໄຊ 245 ຄັ້ງ ເສຍຊີວິດ 25 ຄົນ
  • ສາລະວັນ 167 ຄັ້ງ ເສຍຊີວິດ 24 ຄົນ
  • ໄຊຍະບູລີ 148 ຄັ້ງ ເສຍຊີວິດ 41 ຄົນ
  • ອັດຕະປື 146 ຄັ້ງ ເສຍຊີວິດ 29 ຄົນ
  • ເຊກອງ 63 ຄັ້ງ ເສຍຊີວິດ 15 ຄົນ
  • ບໍ່ແກ້ວ 91 ຄັ້ງ ເສຍຊີວິດ 20 ຄົນ
  • ຄໍາມ່ວນ 42 ເສຍ ຊີວິດ 22 ຄົນ
  • ຊຽງຂວາງ 81 ຄັ້ງ ເສຍຊີວິດ 14 ຄົນ ແລະ ແຂວງອື່ນໆ

ສະນັ້ນ, ເພື່ອແກ້ໄຂບັນຫາຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ໃຫ້ຫຼຸດຫນ້ອຍຖອຍລົງ ຄະນະກົມຕໍາ ຫຼວດຈະລາຈອນ ຈະເອົາໃຈໃສ່ຊີ້ນໍາ-ນໍາພາອ້າຍນ້ອງຕໍາຫຼວດຈະລາຈອນ ສຸມໃສ່ລົງໂຄສະນາກົດລະບຽບ ຈະລາຈອນໃຫ້ຫຼາຍຂຶ້ນ ໂດຍໄປຄຽງຄູ່ກັບ ການລົງກວດກາທາດເຫຼົ້າຢູ່ຕາມເສັ້ນທາງໃຫ້ເປັນປົກກະຕິ.

ນອກຈາກນີ້, ຍັງຈະແນະນໍາໃຫ້ກໍາລັງປະຈໍາປ້ອມ ຕິດຕາມຜູ້ຂັບຂີ່ຢູ່ຕາມສາຍທາງ ເມື່ອພົບເຫັນ ພຶດຕິກໍາຂອງຜູ້ຂັບຂີ່ຢູ່ໃນສະພາບມຶນເມົາ ໃຫ້ລັດລົດ ເພື່ອກວດກາ ເມື່ອພົບວ່າເມົາແທ້ໃຫ້ກັກຄົນ ແລະ ລົດໄວ້ແລ້ວປະສານໃຫ້ພີ່ນ້ອງມາຮັບເອົາ ເພື່ອເປັນການແກ້ໄຂ ແລະ ປ້ອງກັນບັນຫາການເກີດອຸບັດຕິເຫດ ບໍ່ໃຫ້ເກີດຂຶ້ນຫຼາຍ, ເຖິງເກີດກໍບໍ່ຮຸນແຮງເຖິງຂັ້ນເສຍຊີວິດ ຫາກທ່ານບໍ່ດື່ມສິ່ງມຶນເມົາແລ້ວຂັບຂີ່.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...