Homeຂ່າວພາຍ​ໃນພົບຜູ້ປ່ວຍໝາກສຸກລີງ ລາຍທີ່ 2 ໃນໄທແລ້ວ

ພົບຜູ້ປ່ວຍໝາກສຸກລີງ ລາຍທີ່ 2 ໃນໄທແລ້ວ

Published on

ໃນວັນທີ 28 ກໍລະກົດທີ່ຜ່ານມາ ທ່ານ ອານຸທິນ ຊານວີລະກູນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ເປີດເຜີຍວ່າ: ໄດ້ຮັບລາຍງານຈາກອາທິບໍດີກົມຄວບຄຸມໂຣກ ໄດ້ມີການກວດຫາເຊື້ອພະຍາດໝາກສຸກລີງ ໂດຍກົມວິທະຍາສາດການແພດໄດ້ກວດໃນທາງຫ້ອງປະຕິບັດການຍືນຍັນພົບຜູ້ປ່ວຍໝາກສຸລີງກໍລະນີທີ 2 ຈາກໂຮງໝໍ ວະຊີລະ ກຸງເທບມະຫານະຄອນ.

ສຳລັບຜູ້ປ່ວຍລາຍທີ 2 ນີ້ເປັນຊາຍຊາວໄທ ອາຍຸ 47 ປີ ທີ່ມີທາມລາຍການມີເພດສຳພັນກັບຄົນຕ່າງຊາດ ເພດຊາຍ ມີການໜ້າສົງໃສວ່າຕົນເອງປ່ວຍຕັ້ງແຕ່ວັນທີ 12 ກໍລະກົດ 2022 ຈາກນັ້ນ 2 ມື້ຕໍ່ມາກໍເລີ່ມມີໄຂ້ ປວດຕາມຕົນໂຕ ມີຕ່ອມນ້ຳເຫຼືອງຂຶ້ນ ແລະ 1 ອາທິດຕໍ່ມາມີຜືນຂຶ້ນທີ່ອະໄວຍະວະເພດ, ຕາມລຳຕົວ, ໃບໜ້າ, ແຂນຂາ ຈຶຶ່ງເຂົ້າໄປກວດທີ່ໂຮງໝໍ ຕ້ອງໄດ້ຕິດຕາມອາການເຖິງ 21 ມື້.

ດ້ານທ່ານ ໂອພາສ ການວິນພົງ ອະທິບໍດີກົວຄວບຄຸມໂຣກ ກ່າວເພີ່ມເຕີມວ່າ: ສຳລັບຊາຍດັ່ງກ່າວ ມີປະວັດອາໃສຢູ່ໃນພຶ້ນທີ່ກຸງເທບມະຫານະຄອນ ໂດຍການສອບຖາມເບື້ອງຕົ້ນພົບວ່າມີການສຳພັດໃກ້ຊິດລວມ 10 ບ້ານ ຂະນະນີ້ຢູ່ໃນລະຫວ່າງການກວດຫາເຊື້ອ.

ແຫຼ່ງຂໍ້ມູນ: ຂ່າວສົດອອນລາຍ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...