Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບ ກັບ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບ ກັບ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ

Published on

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບ ກັບ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ.

ໃນຕອນບ່າຍ ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ,​ ໂດຍສະເພາະແມ່ນການນຳເຂົ້າ ຜະລິດຕະພັນ ນໍ້າມັນເຊື້ອໄຟຈາກ ປະເທດ ຊາອຸດິ ອາຣັບບີ ມາຍັງ ສປປ ລາວ ແລະ ການສົ່ງອອກ ສິນຄ້າກະສິກໍາ ຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ.

ພ້ອມນີ້, ທັງສອງຝ່າຍ ເຫັນພ້ອມໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ຮ່ວມມືກັນ ທັງໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານຂອງ ອາຊຽນ ກັບ ກຸ່ມປະເທດ GCC (Gulf Cooperation Council), ສ່ວນ ຊາອຸດິ ອາຣັບບີ ກໍເປັນປະເທດປະສານງານ ຂອງ ກຸ່ມປະເທດ GCC (Gulf Cooperation Council)ກັບ ອາຊຽນ, ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນຈະເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກຸ່ມ ຂອງ ພາກພື້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ການສົນທະນາຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃຫ້ກ້າວຂຶ້ນຢ່າງຫມັ້ນທ່ຽງ.

ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...