Homeຂ່າວຕ່າງປະເທດຍີ່ປຸ່ນປະຫານຊີວິດ ຜູ້ກໍ່ຄວາມຮຸນແຮງ ຈົນເຮັດໃຫ້ເສຍຊີວິດ 7 ຄົນ

ຍີ່ປຸ່ນປະຫານຊີວິດ ຜູ້ກໍ່ຄວາມຮຸນແຮງ ຈົນເຮັດໃຫ້ເສຍຊີວິດ 7 ຄົນ

Published on

ລັດຖະບານຍີ່ປຸ່ນປະຫານຊີວິດ ຜູ້ກໍ່ຄວາມຮຸນແຮງໃນຍ່ານອາກິຮາບາຣະ ກາງກຸງໂຕກຽວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 7 ຄົນ ແລະ ບາດເຈັບ 10 ຄົນ ໃນປີ 2008.

ອ້າງອີງຈາກ ທາງການຍີ່ປຸ່ນ ໄດ້ລາຍງານວ່າ: ລັດຖະບານໄດ້ປະຫານຊີວິດ ທ້າວ ໂທໂມຮິໂຣະ ຄາໂຕະ ອາຍຸ 39 ປີ ດ້ວຍການແຂວນຄໍ ໃນຊ່ວງເຊົ້າຂອງວັນອັງຄານຕາມເວລາທ້ອງຖິ່ນ, ທັ້ງນີ້ ຖືເປັນການປະຫານຊີວິດນັກໂທດ ຄັ້ງທີ່ 2 ໃນສະໄໝ ທ່ານ ຄິຊິດະ ນາຍົກຍີ່ປຸ່ນຄົນປັດຈຸບັນ.

ຈາກຄຳຕັດສິນໃນປີ 2015 ທ້າວ ຄາໂຕະ ຂັບລົດບັນທຸກຊົນປະຊາຊົນໃນເຂດທາງຍ່າງ ໃນຍ່ານອາກິຮາບາຣະ ໃນວັນທີ 8 ມິຖຸນາ 2008 ເຮັດໃຫ້ມີຄົນເສຍຊີວິດ 3 ຄົນ ແລະ ບາດເຈັບ 2 ຄົນ ແຕ່ຫຼັງຈາກນັ້ນໄດ້ໄລ່ແທງອີກ 4 ຄົນດ້ວຍມີດ ຈົນເສຍຊີວິດ ແລະ ບາດເຈັບອີກ 8 ຄົນ.

ການພິຈາລະນາຄະດີພົບວ່າ ແຮງຈູງໃຈໃນການກໍ່ເຫດໃນເທື່ອນີ້ ແມ່ນຍ້ອນຄວາມແຄ້ນ ຫຼັງຈາກທີ່ຖືກເວົ້າໃຫ້ ໃນຄອມເມັ້ນທາງອິນເຕີເນັດ ແລະ ການກະທຳຂອງລາວນັ້ນໂຫດຮ້າຍເກີນໄປ.

ສານສູງໂຕກຽວ ພິພາກສາຍື່ນຄຳຕັດສິນດັ່ງກ່າວໃນເດືອນກັນຍາ ປີ 2012 ກ່ອນທີ່ສານສູງສຸດຈະຕັດສິນປະຫານຊີວິດໃນເດືອນ ກຸມພາ ປີ 2015.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...