Homeຂ່າວເຫດການຜູ້ເຮັດອະນາໄມບຸນທາດຫຼວງ ສະແດງຄວາມອະໄພຕໍ່ສັງຄົມ ໃນຄວາມຊັກຊ້າຂອງການກຳຈັດຂີ້ເຫຍື້ອ

ຜູ້ເຮັດອະນາໄມບຸນທາດຫຼວງ ສະແດງຄວາມອະໄພຕໍ່ສັງຄົມ ໃນຄວາມຊັກຊ້າຂອງການກຳຈັດຂີ້ເຫຍື້ອ

Published on

cleaning thatluang

 

ຕາມການໃຫ້ສຳພາດຂອງ ທ່ານ ສົມພັນ ສີຄັນໄຊ ຮອງຜູ້ຄຸມໜ່ວຍງານອະນາໄມງານບຸນພະທາດຫຼວງ ໃນວັນທີ

11 ພະຈິກນີ້ໃຫ້ຮູ້ວ່າ: ການອະນາໄມເດີ່ນພະທາດຫຼວງມາຮອດປັດຈຸບັນກໍເປັນມື້ທີ 5 – ມື້ທີ 6 ແລ້ວ ທີ່ໜ່ວຍງານ

ຂອງຕົນສຸມໃສ່ອະນາໄມທັງກາງເວັນ ແລະ ກາງຄືນ, ໃຊ້ທັງລົດອະນາໄມ ແລະ ຄົນ ແຕ່ການອະນາໄມຍັງບໍ່ສຳເລັດ

ຍ້ອນເສດຂີ້ເຫຍື້ອຕິດແໜ້ນກັບຟື້ນ, ເນື່ອງມາຈາກຝົນຕົກໜັກໄລຍະ 2 ມື້ສຸດທ້າຍຂອງບຸນ, ບວກກັບການເກັບ

ມ້ຽນຂອງບາງຫ້າງຮ້ານກໍຫຼ້າຊ້າ ແລະ ຂີ້ເຫຍື້ອທີ່ຊະຊາຍເປັນບໍລິເວນກ້ວາງ ຈຶ່ງເຮັດໃຫ້ການອະນາໄມພົບຄວາມ

ຫຍຸ້ງຍາກ, ຂະນະດຽວກັນ ມາຮອດປັດຈຸບັນພວກເຮົາສາມາດເກັບມ້ຽນຂີ້ເຫຍື້ອອອກຈາກເຂດດັ່ງກ່າວໄດ້ແລ້ວ

ປະມານ 500 ກວ່າໂຕນ, ທຽບໃສ່ປີຜ່ານມາເຫັນວ່າຂີ້ເຫຍື້ອໃນງານບຸນພະທາດຫຼວງປີນີ້ເພີ່ມຂື້ນທົບເທົ່າ, ແຕ່ເຖິງ

ແນວໃດກໍຕາມພວກເຮົາຈະສຸມໃສ່ ອະນາໄມເຂດເດີ່ນພະທາດຫຼວງໃຫ້ສຳເລັດລະອຽດພາຍໃນອາທິດນີ້, ແຕ່ເຖິງ

ຢ່າງໃດກໍຂໍອະໄພຕໍ່ຄວາມບໍ່ຈົບງາມດັ່ງກ່າວ.

 

ຮອງໜ່ວຍງານອະນາໄມ ໃຫ້ຮູ້ອີກວ່າ: ໃນງານບຸນພະທາດຫຼວງປີນີ້ເຖິງວ່າພາກສ່ວນກ່ຽວຂ້ອງຈະມີການກະກຽມ

ຖັງຖິ້ມຂີ້ເຫຍື້ອໄວຕາມຈຸດຕ່າງໆເພື່ອຮອງຮັບການຖິ້ນຂີ້ເຫຍື້ອຊະຊາຍ, ແຕ່ມ່ວນຊົມຜູ້ທີ່ມາທ່ຽວບຸນຍັງຂາດ

ຄວາມຮັບຜິດຊອບ ແລະ ບໍ່ມີສະຕິໃນການຮັກສາອະນາໄມຈຶ່ງຖີ້ມຂີ້ເຫື້ຍອຊະຊາຍ, ສົ່ງຜົນກະທົບບໍ່ດີຕໍ່ສິ່ງ ແວດ

ລ້ອມ ແລະ ເຮັດໃຫ້ການອະນາໄມພົບຄວາມຫຍຸ້ງຍາກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...