spot_img
Homeຂ່າວພາຍ​ໃນສະມາຄົມນັກຂ່າວ ລາວ-ໄທ ຝຶກທັກສະການສ້າງລາຍຮັບຈາກສື່ອອນລາຍ.

ສະມາຄົມນັກຂ່າວ ລາວ-ໄທ ຝຶກທັກສະການສ້າງລາຍຮັບຈາກສື່ອອນລາຍ.

Published on

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະມາຄົມນັກຂ່າວນັກໜັງສືພິມ ແລະ ສະມາຄົມຜູ້ຜະລິດຂ່າວອອນລາຍ ແຫ່ງປະ ເທດໄທ ໄດ້ຈັດການຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການນໍາພາເຮັດຕົວຈິງເພື່ອພັດທະນາທັກສະການ ສ້າງລາຍຮັບຈາກສື່ອອນລາຍໃຫ້ ອົງການສື່ມວນຊົນລາວ” ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະ ທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາຄະນະນຳກົມ ແລະ ຄະນະນຳສຳນັກຂ່າວລາວ ຈຳນວນໜຶ່ງ, ທ່ານ ຊາວະຣົງ ລິມປັດທຳມະປານີ ທີ່ປຶກສາສະມາຄົມນັກຂ່າວນັກໜັງສືພິມ ແລະ ສະມາ ຄົມຜູ້ຜະລິດຂ່າວອອນລາຍແຫ່ງປະທດໄທ, ບັນດາວິທະຍາກອນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.

ການຈັດຊຸດເຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ອົງການສື່ມວນຊົນລາວ ມີຄວາມຮູ້ໃນການຊອກຫາລາຍໄດ້ຜ່ານຮູບ ແບບສື່ອອນລາຍ; ຄວາມເຂົ້າໃຈວິທີການຜະລິດເນື້ອໃນທີ່ ສາ ມາດສ້າງລາຍຮັບໄດ້ຢູ່ໃນແຕ່ລະຮູບແບບຂອງສື່ ທັງເປັນເພີ່ມທັກສະໃນການຫາລາຍໄດ້ຜ່ານ ຮູບແບບສື່ອອນລາຍ ໃຫ້ອົງການສື່ມວນຊົນລາວ ໂດຍເລັ່ງໃສຜູ້ຮັບຜິດຊອບດ້ານ ການວິເຄາະຂໍ້ມູນ, ພັດທະນາທຸລະກິດ, ບັນນາທິ ການ, ເນື້ອໃນດ້ານການຕະ ຫຼາດ ແລະ ຜູ້ສ້າງເນື້ອໃນໃສ່ໜ້າສື່ອອນລາຍ ໂດຍເນື້ອໃນຊີ້ໃຫ້ເຫັນຄວາມສໍາຄັນແລະຄວາມແຕກຕ່າງລະຫວ່າງ ຮູບແບບສື່ຕ່າງໆ, ການຜະລິດເນື້ອໃນທີ່ເໝາະສົມສໍາລັບ ຮູບແບບສື່ຕ່າງໆ, ວິທີການຫາລາຍໄດ້ຈາກຮູບແບບສື່ຕ່າງໆຜ່ານອອນລາຍ, ຂໍ້ກໍານົດໃນການນໍາ ໃຊ້ ແລະ ມາດຖານຕ່າງໆຂອງຜູ້ຊົມໃຊ້ທີ່ກ່ຽວ ຂ້ອງ ເຊິ່ງເປັນກໍລະນີສຶກສາ ເຊັ່ນການນໍາໃຊ້ເຟສບຸກ ແລະ ຕິກຕັອກ, ການສ້າງຕົວແບບທຸລະກິດ ແລະ ຝຶກເຮັດຕົວຈິງ ເພື່ອນໍາສະເໜີຮູບແບບ ແລະ ແຜນການຫາລາຍໄດ້ຈາກ ແຕ່ລະຮູບແບບຂອງສື່.

ການຝຶກອົບຮົມຄັ້ງນີ້ ເປັນນິມິດໝາຍອັນດີ ທີ່ສອດຄ່ອງກັບການປ່ຽນແປງໃໝ່ດ້ານສື່ມວນຊົນ ໂດຍຈະສ້າງເງື່ອນ ໄຂສະດວກ ເພື່ອຊ່ວຍໃຫ້ນັກຝຶກອົບຮົມຮັບເອົາຂໍ້ມູນໃໝ່ໆຈາກສື່ໃນຍຸກດີຈິຕອລ; ຮັບຮູ້ ຮູບແບບປ່ຽນທັດສະນິຍະ ພາບ, ຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຮູບແບບຂອງສື່ຕ່າງໆ; ການຫາລາຍໄດ້ຜ່ານຮູບແບບຂອງສື່ຕ່າງໆ; ຮູບແບບການຫາລາຍໄດ້ ແລະ ການວິເຄາະຂໍ້ ມູນ; ການຜະລິດເນື້ອໃນຂ່າວໃສ່ສີໃນຍຸກດີຈິຕອລ; ການຊອກຫາລູກຄ້າຢູ່ໃນບັນດາສື່ດີຈິຕອລ ແລະການເຮັດທຸລະ ກິດແບບຊອກຫາສະຖິຕິລູກຄ້າ;

ນອກນີ້, ນັກສຳມະນາກອນຍັງຈະຝຶກຕົວຈິງໃນການສ້າງແຜນວາດທຸລະກິດຕົວແບບທີ່ເນັ້ນໃສ່ປັດໄຈຍຸດທະສາດຫຼັກທັງໝົດ ໃນນີ້ລວມທັງສະ ຖິຕິລູກຄ້າ, ລະບົບການເຮັດວຽກ, ລາຍຮັບລາຍຈ່າຍ-ກິດຈະກໍາຕ່າງໆຂອງບໍລິສັດ ແລະ ກໍ່ຈະນໍາສະເໜີແຜນທຸລະກິດ ແລະແຜນການຫາລາຍໄດ້ ຊຶ່ງ ບົດຮຽນຕ່າງໆ ຈະກາຍເປັນພື້ນຖານໃນການຊອກຫາ ຫຼື ສ້າງແຫຼ່ງລາຍຮັບເຂົ້າສູ່ສໍານັກຂ່າວຂອງຕົນ ຊຶ່ງເປັນການປະ ກອບສ່ວນຫຼຸດຜ່ອນງົບປະມານຂອງລັດຖະບານ ແລະ ທ້ອງຖິ່ນ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...