Homeຂ່າວຕ່າງປະເທດຣັດເຊຍ-ຢູເຄຣນ ລົງນາມຂໍ້ຕົກລົງສົ່ງອອກເມັດພືດ

ຣັດເຊຍ-ຢູເຄຣນ ລົງນາມຂໍ້ຕົກລົງສົ່ງອອກເມັດພືດ

Published on

ຣັດເຊຍ-ຢູເຄຣນ ລົງນາມຂໍ້ຕົກລົງສົ່ງອອກເມັດພືດ ຜ່ານທະເລດຳສຳເລັດແລ້ວ ມີໄລຍະເວລາເປີດທາງຂົນສົ່ງ 120 ມື້.

ໃນວັນທີ 23 ກໍລະກົດ 2022 ອັລຈາຊີລາ ລາຍງານວ່າ: ຣັດເຊຍ ແລະ ຢູເຄຣນ ໄດ້ລົງນາມໃນຂໍ້ຕົກລົງຄັ້ງສຳຄັນ ໂດຍມີເລຂາທິການສະຫະປະຊາຊາດ (ຢູເອັນ) ແລະ ຜູ້ນຳລັດຖະບານຕວກກີ ຊ່ວຍໃນການດຳເນີນການ ໃນເລື່ອງການຈັດສົ່ງເມັດພືດ ເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມບັນເທົາວິກິດການຂາດແຄນອາຫານໃນທົ່ວໂລກ.

ທ່ານ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍ ແລະ ທ່ານ ໂອເລກຊານດີ ຄູບາຣຄອຟ ລັດຖະມົນຕີກະຊວງພື້ນຖານໂຄງລ່າງຂອງຢູເຄຣນ ໄດ້ລົງນາມຂໍ້ຕົກລົງແຍກກັນ ແຕ່ພາຍໃຕ້ຂໍ້ຕົກລົງດຽວກັນ ໂດຍລົງນາມຮ່ວມກັບຢູເອັນ ແລະ ເຈົ້າໜ້າທີ່ຂອງຕວກກີ ເພື່ອເປີດເສັ້ນທາງຂົນສົ່ງຜ່ານທະເລດຳ. ເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ພວກເຂົາບໍ່ຢາກຮ່ວມເຊັນຂໍ້ຕົກລົງໃນເອກະສານດຽວກັນຣັດເຊຍ.

ໃນການສົ່ງອອກເມັດພືດນີ້ ຈະເລີ່ມສົ່ງອອກໄດ້ໃນອີກບໍ່ດົນ ແລະ ຈະໃຊ້ເວລາປະມານ 2-3 ອາທິດ, ທັ້ງນີ້ ຂໍ້ຕົກລົງມີອາຍຸ 4 ເດືອນ ຫຼື 120 ມື້.

ຢ່າງໃດກໍຕາມ ເຖິງວ່າທັງ 2 ປະເທດຍັງຈະມີການຂັດແຍ່ງກັນ ແຕ່ກໍຍັງສາມາດຕົກລົງກັນໄດ້ເພື່ອທີ່ຫຼຸດຜ່ອນວິກິດການໃນໂລກ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...