Homeຂ່າວການຢ້ຽມຢາມຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ສສ ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ສສ ຫວຽດນາມ

Published on

ໃນວັນທີ 19 ກໍລະກົດ 2022 ທີ່ຜ່ານມາ, ສະຫາຍ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບຄະນະນໍາຂອງສະພາແຫ່ງຊາດ ສສ ຫວຽດນາມ ຊຶ່ງນໍາໂດຍ ສະຫາຍ ເຈິນ ແທ໋ງ ເໜີ້ນ ກໍາມະການກົມການເມືອງສູນກາງພັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ປະທານຄະນະມິດຕະພາບລັດຖະສະພາຫວຽດນາມ-ລາວ.

ການຢ້ຽມຢາມໃນຄັ້ງນີ້ຈັດຂຶ້ນເພື່ອໃຫ້, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວມມີການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ​ຫວຽດນາມ-ລາວ 2022 ຄື: ວັນຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 45 ປີວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື.

ເຊິ່ງເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດສະໜິດສະໜົມຖານອ້າຍນ້ອງ ຊຶ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງທັງສອງປະເທດ, ຕີລາຄາສູງຕໍ່ຜົນພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ກໍຄືສອງອົງການນິຕິບັນຍັດລາວ-ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ແລກປ່ຽນບົດຮຽນການຊີ້ນໍາ-ນໍາພາຂອງຄະນະພັກຂອງສອງສະພາແຫ່ງຊາດ, ບົດຮຽນກ່ຽວກັບວຽກງານສະມາຊິກສະພາແຫ່ງຊາດ ການພົວພັນລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນກໍຄືການພົວພັນລະຫວ່າງຄະນະເລຂາທິການ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ວຽງານການເຄື່ອນໄຫວຕ່າງປະເທດຂອງສະພາແຫ່ງຊາດໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ຊຶ່ງສະຫາຍໄດ້ຕີລາຄາສູງຕໍ່ການຢ້ຽມຢາມຫວຽດນາມຂອງຄະນະໃນຄັ້ງນີ້, ເພາະພໍດີກັບໄລຍະທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄິມິດຕະພາບລາວ-ຫວຽດນາມ-ລາວ. ສະຫາຍປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຕາສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດຫວຽດນາມ-ລາວ ແລະ ໄດ້ສະເໜີໃຫ້ສອງສະພາສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການໃນຕໍ່ໜ້າ.

ນອກຈາກເຄື່ອນໄຫວຢູ່ນະຄອນຫຼວງຮ່າໂນ້ຍແລ້ວ, ຄະນະຍັງໄດ້ຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກ, ຄະນະນໍາຂອງແຂວງທ້າຍຫງວຽນ, ພິເສດຍັງໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໃນກອງປະຊຸມະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ແຂວງທ້າຍຫງວຽນຊຸດທີ 14. ຄະນະຍັງໄດ້ເດີນທາງໄປຢ້ຽມຊົມສະຫະກອນຜະລິດຊາຫາວດາດ ໃນເມືອງເຕີນເກືອງ ທີ່ມີຊື່ສຽງໃນການຜະລິດຊາຂອງແຂວງທ້າຍຫງວຽນ ແລະ ຢ້ຽມຢາມມະຫາວິທະຍາໄລຍທ້າຍຫງວຽນ, ມີຄໍາເຫັນຕໍ່ບັນດາຄູ-ອາຈານ ແລະ ບັນດານັກສຶກສາລາວ-ຫວຽດນາມ ຊຶ່ງປັດຈຸບັນມີນັກສຶກສາລາວຮຽນຢູ່ເກືອບ 60 ຄົນ.

ການມາຢ້ຽມຢາມຂອງສະຫາຍຮອງປະທານສະພາໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະສອງອົງການໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂືື້ນ.
ຂ່າວ: ສພຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...