Homeຂ່າວພາຍ​ໃນມ້າງຄະດີລັກຊັບ 2 ເລື່ອງ ຈັບຕົວຜູ້ຮ່ວມຂະບວນການ 10 ຄົນ

ມ້າງຄະດີລັກຊັບ 2 ເລື່ອງ ຈັບຕົວຜູ້ຮ່ວມຂະບວນການ 10 ຄົນ

Published on

ປກສ ເມືອງທ່າແຂກ ແຂວງຄຳມ່ວນ ມ້າງຄະດີລັກຊັບຂອງພົນລະເມືອງໄດ້ 2 ເລື່ອງ ຈັບຜູ້ຮ່ວມຂະບວນການດຽວກັນໄດ້ 10 ຄົນ ແລະ ສາມາດເກັບກູ້ລົດຈັກໄດ້ 15 ຄົນ ເພື່ອມອບຄືນໃຫ້ເຈົ້າຂອງເດີມ.

ໃນວັນທີ 18 ກໍລະກົດ 2022 ພັຕ ຄຳພວງ ເພຍຄຳ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ລົດຈັກຈຳນວນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ປກສ ເມືອງ ແມ່ນເກັບກູ້ຄືນມາໄດ້ຈາກຄະດີລັກຊັບຂອງພົນລະເມືອງ 2 ເລື່ອງ ທີ່ມ້າງໄດ້ໃນໄລຍະ 3 ເດືອນຜ່ານມາ.

ຄະດີ ເລື່ອງທີ 1: ເຈົ້າຫນ້າທີ່ສາມາດກັກຜູ້ຖືກຫາໄດ້ 4 ຄົນ ຍິງ 1 ຄົນ ໃນວັນ ທີ 28 ພຶດສະພາ 2022, ພ້ອມ ທັງ ເກັບກູ້ລົດຈັກທີ່ພວກກ່ຽວລັກໄປນັ້ນຄືນມາໄດ້ຈໍານວນ 8 ຄັນ; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ຖືກ ຫາຊື່ ທ້າວ ວິໄລກອນ ຫຼື ເລ້ ອາຍຸ 28 ປີ ຢູ່ບ້ານໂພນພີມ ເມືອງແຂກ, ນາງ ຕ່າຍ ແສງທອງ ອາຍຸ 25 ປີ, ປະຊາຊົນຢູ່ບ້ານສຸກສະຫວັນ ເມືອງທ່າແຂກ, ທ້າວ ນ້ອຍ ຫຼື ຖັງ ອາຍຸ 44 ປີ, ຢູ່ບ້ານໂພນພິມ ເມືອງທ່າ ແຂກ ແລະ ທ້າວຕຸ່ນ ອາຍຸ 21 ປີ, ຢູ່ບ້ານໂພນພິມ ເມືອງທ່າແຂກ.

ຄະດີເລື່ອງທີ 2: ຈັບຕົວຜູ້ຖືກ ຫາໄດ້ 6 ຄົນ, ເກັບກູ້ລົດຈັກຄືນມາ ໄດ້ ຈໍານວນ 7 ຄັນ, ຜູ້ຖືກຫາຊື່ ທ້າວ ນ໋ອດ ຫຼື ແກ້ວ ອາຍຸ 24 ປີ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ້າວ ສອນເພັດ ຫຼື ເຕີ່ງ ອາຍຸ 22 ປີ, ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ, ທ້າວ ເຈມ ຫຼື ເລັກ ອາຍຸ 19 ປີ, ຢູ່ບ້ານປາກຸງ ເມືອງ ຍົມມະລາດ, ທ້າວ ໄຫມ ອາຍຸ 19 ປີ, ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ, ທ້າວ ສາຍຍັນ ອາຍຸ 18 ປີ ຢູ່ ບ້ານແກ້ງຫຼັກ ເມືອງຍົມ ມະລາດ ແລະ ທ້າວ ເບັ້ນ ອາຍຸ 16 ປີ ຢູ່ບ້ານແກ້ງເຫຼັກ ເມືອງຍົມມະລາດ ແຂວງ ຄໍາມວນ.

ເຈົ້າຫນ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາ ດໍາເນີນຄະດີຕາມລະບຽບກົດຫມາຍ, ສ່ວນຂອງກາງລົດຈັກຈໍານວນທີ່ເກັບກູ້ຄືນມາໄດ້ແມ່ນຈະໄດ້ມອບຄືນ ໃຫ້ເຈົ້າຂອງເດີມ ແລະ ສ່ວນຂອງກາງທີ່ຍັງເກັບກູ້ບໍ່ທັນໄດ້ເຈົ້າຫນ້າທີ່ຈະເລັ່ງສອບສວນ ແລະ ເກັບກູ້ຂອງ ກາງຄືນມາ ເພື່ອມອບຄືນໃຫ້ເຈົ້າຂອງເດີມ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...