spot_img
Homeຂ່າວພາຍ​ໃນປະກາດນະຄອນຫຼວງສຸຂານາໄມ ເປັນນະຄອນຫຼວງທຳອິດ ໃນບັນດາປະເທດອາຊຽນ ທີ່ຢຸດຕິການຖ່າຍຊະຊາຍ.

ປະກາດນະຄອນຫຼວງສຸຂານາໄມ ເປັນນະຄອນຫຼວງທຳອິດ ໃນບັນດາປະເທດອາຊຽນ ທີ່ຢຸດຕິການຖ່າຍຊະຊາຍ.

Published on

ໃນວັນທີ 14 ກໍລະກົດ 2022 ທີ່ຜ່ານມາ ສປປ ລາວ ໄດ້ບຸກທະລຸຢ່າງແຂງແຮງ ຜັກດັນວຽກສຸຂານາໄມໃຫ້ຄືບ ໜ້າ ດ້ວຍການປະກາດນະຄອນຫຼວງວຽງຈັນເປັນນະຄອນຫຼວງສຸຂານາໄມ ເຊີ່ງເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ ແລະ ເປັນແຂວງທີ່ 2 ທັດຈາກແຂວງບໍລິຄໍາໄຊທີ່ສາມາດບັນລຸຂີດໝາຍອັນສໍາຄັນນີ້ ຫຼັງຈາກແຂວງບໍລິຄໍາໄຊ ໄດ້ຢຸດຕິການຖ່າຍຊະຊາຍໃນປີ 2020.

ພິທີ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້່າຄອງນະຫຼວງວຽງຈັນ ໄດ້ປະກາດນະຄອນຫຼວງເປັນນະຄອນສຸຂານາໄມ. ມີຜູ້ເຂົ້່່າຮ່ວມຫຼາຍກວ່າ 170 ຄົນ ຊຶ່ງລວມມີ ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເພຍ ເຣເບລໂລ ບຣິດໂຕ, ຫົວໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ຮ່ວມກັບຕົວແທນຈາກແຂວງ, ກະຊວງ, ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ.

ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ໃນປະຈຸບັນນີ້ ມີຫຼາຍຫວ່າ 5,000 ບ້ານ, 37 ເມືອງ ແລະ 2 ແຂວງທີ່ບັນລຸເປົ້າໝາຍໄດ້ແລ້ວ “ຊົມເຊີຍຊາວນະຄອນຫຼວງວຽງຈັນທີ່ຍາດໄຊຊະນະອັນເປັນປະຫວັດສາດນີ້ມາໄດ້”. ນະຄອນຫຼວງວຽງຈັນເປັນໜື່ງໃນແຂວງທີ່ມີປະຊາກອນຫຼາຍຢູ່ໃນປະເທດ. ນາມສະຍົດໃໝ່ທີ່ໄດ້ຮັບນີ້ ແມ່ນຈະເຮັດໃຫ້ປະຊາກອນຫຼາຍກວ່າ 800,000 ຄົນ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະອາດຍ້ອນການປັບປຸງດ້ານສຸຂານາໄມໃຫ້ດີຂຶ້ນ.
“ຕາມແຜນພວກເຮົາຕັ້ງເປົ້າຈະໃຫ້ສໍາເລັດວຽກສຸຂານາໄມໃນປີ 2023 ແຕ່ທາງນະຄອນຫຼວງວຽງຈັນສາມາດຈັດຕັ້ງປະຕິບັດ ແລະ ປະກາດນະຄອນຫຼວງໄດ້ກ່ອນ. ດຽວນີ້ທຸກຄົນບໍພຽງແຕ່ມີວິດຖ່າຍ ແຕ່ນໍາໃຊ້ວິດຖ່າຍ” ກ່າວໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ. “ພວກເຮົາບັນລຸເປົ້າໝາຍໄດ້ກໍແມ່ນຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ ປະກອບສ່ວນເຮັດໃຫ້ຊາວນະຄອນຫຼວງວຽງຈັນ ມີສຸຂະພາບແຂງແຮງ”.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ທຸກປີມີເດັກນ້ອຍຫຼາຍກວ່າ 700 ຄົນເສຍຊີວິດຍ້ອນພະຍາດຖອກທ້ອງໃນທົ່ວປະເທດ ແລະ ມີເດັກ 1 ໃນ 3 ຄົນ ເປັນພະຍາດຂາດສານອານແບບຊໍາເຮື້ອ. ຕົວຊີ້ວັດເຫຼົ່ານີ້ປະກອບແມ່ນຂໍ້ມູນອ້າງອີງໃນການສະໜັບສະໜູນ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາ. ແຕ່ພວກເຮົາສາມາດປ້ອງກັນໄດ້ ໂດຍການນໍາໃຊ້ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານຂັ້ນພຶ້ນຖານ, ການລ້າງມືໃສ່ສະບູ ແລະ ດື່ມນໍ້າທີ່ສະອາດປອດໄພ” ກ່າວ ໂດຍ ດຣ. ເພຍ ຣີເບລໂລ ບຣີໂຕ. “ຢູນີເຊັບມີຄວາມມຸ້ງໝັ້ນເຮັດວຽກກັບລັດຖະບານ, ຊຸມຊົນ ແລະ ຄູ່ຮ່ວມງານເພື່ອບັນລຸເປົ້າສຸຂາພິບານທີ່ຕັ້ງໄວ້ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ຮັບຜົນປະໂຫຍດສູງສຸດ”.

ລັດຖະບານ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກສຸຂານາໄມໃນປີ 2008 ແລະ ດ້ວຍຄວາມພະຍາຍາມ ແລະ ຄວາມສູ້ຊົນຢ່າງບໍ່ຮຸ້ອິດເມື່ອຍມາຫຼາຍປີ ທາງຊຸມຊົນໂດຍການສະໜັບສະໜູນຈາກພາກລັດ ແລະ ຄູ່ຮ່ວມງານຕ່າງໆ ເຮັດໃຫ້ມີຂະບວນການອັນຂັນແຂງ ແລະ ມີຄວາມຄືບໜ້າໃນທົ່ວປະເທດ. ອີງໃສ່ຄວາມຄືບໜ້າດັ່ງກ່າວນີ້, ລັດຖະບານກຽມສ້າງແຜນການແຫ່ງຊາດເພື່ອຢຸດຕິການຖ່າຍຊະຊາຍໃຫ້ໄດ້ໃນປີ 2025.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...