Homeຂ່າວພາຍ​ໃນພິທີປະດັບຫລຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

ພິທີປະດັບຫລຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

Published on

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022 ຜ່ານມາ, ທີ່ ຫໍປະຊຸມແຫ່ງຊາດຈັດ ພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ຢ່າງຍິ່ງໃຫຍ່ ແລະ ສົມກຽດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ, ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫລຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ ຄື: ຫລຽນໄຊດາວຄໍາ ໃຫ້ສະຫາຍ ພັນຄໍາ ວິພາວັນ ແລະສະຫາຍ ໄຊສົມພອນ ພົມວິຫານ; ປະດັບ ຫລຽນໄຊໂຮ່ຈິມິນໃຫ້ ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫລ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ; ປະດັບຫລຽນໄຊເອກະລາດຊັ້ນ I ໃຫ້ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫລຽນ ຂຶ້ນກ່າວຂອບໃຈ ໂດຍໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນເຕັມໄປດ້ວຍຄວາມໝາຍອັນສູງສົ່ງ, ພິເສດ ແມ່ນການປະດັບຫລຽນໄຊສູງສຸດຂອງ ສສ ຫວຽດນາມ ມອບໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.

ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວຕະຫລອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ສຳລັບພິທີປະດັບຫລຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້, ໂດຍປະຊາຊົນສອງຊາດລາວ-ຫວຽດນາມກໍາລັງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງເປັນຂະບວນຟົດຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມຄົບຮອບ 45 ປີ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...