Homeຂ່າວຕ່າງປະເທດກາດຍິງທີ່ສູນອາຫານໃນລັດອິນເດຍນາມີຜູ້ເສຍຊີວິດ 3 ຄົນ

ກາດຍິງທີ່ສູນອາຫານໃນລັດອິນເດຍນາມີຜູ້ເສຍຊີວິດ 3 ຄົນ

Published on

ມືປືນໃຊ້ປືນໄລເຟິນກາດຍິງທີ່ສູນອາຫານ ໃນສູນການຄ້າ ທີ່ລັດອິນເດຍນາ ປະເທດອາເມຣິກາ ຈົນມີຜູ້ເສຍຊີວິດ 3 ຄົນ ມີພົນລະມືອງດີໃຈກ້າ ຍິງມືປືນເສຍຊີວິດຄາທີ່.

ໃນວັນທີ 18 ກໍລະກົດ 2022 ອ້າງອີງຈາກ ເອພີ ລາຍງານວ່າ: ເກີດເຫດສະເທືອນຂວັນທີ່ສູນການຄ້າແຫ່ງໜຶ່ງໃນເມືອງກຣີນວູດ ລັດອິນເດຍນາ ປະເທດສະຫະລັດອາເມຣິກາໃນຕອນແລງວັນອາທິດ ທີ 17 ກໍລະກົດ 2022 ຕາມເວລາທ້ອງຖິ່ນ ໂດຍມືປືນໄດ້ໃຊ້ປືນໄລເຟິນຍິງໃສ່ຜູ້ຄົນໃນສູນອາຫານ ທີ່ສູນການຄ້າ ເຮັດໃຫ້ມີຜູ້ຖືກລູກປືນຈຳນວນ 5 ຄົນ ໃນນັ້ນມີຜູ້ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດ 3 ຄົນ.

ຕໍ່ມາມືປືນໄດ້ຖືກພົນລະເມືອງດີເປັນຜູ້ຊາຍ ອາຍຸ 22 ປີ ເຊິ່ງມີໃບອະນຸຍາດພົກພາປືນ ແລະ ລາວໄດ້ເຫັນເຫດການພໍດີ ຈຶ່ງໃຊ້ປືນທີ່ພົກພາມາຍິງໃສ່ຄົນຮ້າຍໃນທີ່ເກີດເຫດເສຍຊີວິດ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...