Homeຂ່າວພາຍ​ໃນຈັບຄົນເຄື່ອນໄຫວໃຊ້ໝໍ້ໄຟຟ້າຊ໋ອດປາ

ຈັບຄົນເຄື່ອນໄຫວໃຊ້ໝໍ້ໄຟຟ້າຊ໋ອດປາ

Published on

ປກສ ເມືອງປາກງື່ມ ໄລ່ຊອກນຳຈັບການເຄື່ອນໄຫວຫາປາ ດ້ວຍວິທີການໃຊ້ໝໍ້ໄຟຊ໋ອດຢູ່ນໍ້າງື່ມ.

ໃນຄັ້ງວັນທີ 15 ກໍລະກົດ 2022 ກອງບັນຊາການ ປກສ ເມືອງປາກງື່ມ ໄດ້ຮັບລາຍງານຈາກປະຊາຊົນຜູ້ຫວັງດີວ່າ ມີກຸ່ມຄົນບໍ່ດີໄດ້ເຄື່ອນໄຫວຫາປາ ດ້ວຍວິທີນຳໃຊ້ໝໍ້ໄຟຊ໋ອດປາຢູ່ຕາມນໍ້າງື່ມເຂດບ້ານຝັງແດງ. ຫຼັງຈາກໄດ້ທີ່ໄດ້ຮັບລາຍງານ ຈຶ່ງໄດ້ລົງໄປຕິດຕາມເລາະລຽບຕາມລຳນໍ້າງື່ມ, ຕົກມາເຖິງເວລາ 3:00 ໂມງເຊົ້າ ຂອງວັນທີ 16 ກໍລະກົດ 2022 ໄດ້ພົບເຫັນເຮືອແລ່ນດ້ວຍຈັກຫາງຍາວ ຈຶ່ງໄດ້ເຂົ້າກວດກາ ພົບເຫັນປາ ແລະໝໍ້ໄຟ, ອຸປະກອນຊ໋ອດປາ 01 ເຄື່ອງ ຊາບຊື່ເຈົ້າຂອງເຮືອ ຊື່ ທ້າວ ສົມນຶກ ອາຍຸ 35 ປີ ອາຊີບເຮັດນາ ບ້ານ ນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈຶ່ງນໍາຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຕໍ່ຈາກນັ້ນເວລາຕໍ່ມາ ກໍ່ໄດ້ກວດພົບເຫັນຄົນກຳລັງເຄື່ອນໄຫວຊ໋ອດປາອີກ ຈຶ່ງໄດ້ເຂົ້າກວດກາ ແຕ່ຜູ້ຖືກສົງໄສ ໄຫວຕົວທັນລົບໜີ ແລ້ວເຈົ້າໜ້າທີ່ໄດ້ເຂົ້າຄົ້ນເຮືອດັ່ງກ່າວ ພົບເຫັນປາ ພ້ອມເຄື່ອງຊ໋ອດປາ ແລະ ໝໍ້ໄຟ 1 ເຄື່ອງ ແລ້ວນໍາມາຮັກສາໄວ້ຢູ່ ກອງບັນຊາການ ປກສ ເມືອງປາກງື່ມ.

ຕໍ່ຜູ້ຖືກສົງໄສໄຫວຕົວຫຼົບໜີ ກອງບັນຊາການ ປກສ ປາກງື່ມ ສືບຕໍ່ນຳຕົວມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...