spot_img
Homeຂ່າວຕ່າງປະເທດໜອງຄາຍຈະປັບຕົວເພື່ອຮັບມືກັບຕະຫຼາດທີ່ປ່ຽນໄປ

ໜອງຄາຍຈະປັບຕົວເພື່ອຮັບມືກັບຕະຫຼາດທີ່ປ່ຽນໄປ

Published on

ຮອງປະທານຫໍການຄ້າຂອງໜອງຄາຍລະບຸວ່າ ຫຼັງຈາກ ສປປ ລາວ ເປີດເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງໂລຈິສຕິກໃໝ່ ທີ່ດຶງດູດນັກທ່ອງທ່ຽວ-ຂົນສົ່ງສິນຄ້າ, ຄົນລາວຫັນມາຊື້ເຄື່ອງພາຍໃນປະເທດແທນການຂ້າມໄປອຸດອນ-ໜອງຄາຍ ເລັ່ງໃຫ້ລັດ ແລະ ເອກະຊົນໃນພື້ນທີ່ ປັບປຸງດ່ວນ.

ໜອງຄາຍ ແລະ ກຸ່ມແຂວງໃນອີສານ ທີ່ມີຊາຍແດນຕິດກັບ ສປປ ລາວ ກຳລັງພົບກັບການປ່ຽນແປງການຄ້າການທ່ອງທ່ຽວທີ່ເຊື່ອມຕໍ່ກັບປະເທດເພື່ອບ້ານ, ຮອງປະທານຫໍການຄ້າແຂວງໜອງຄາຍ ເປີດເຜີຍວ່າ ເສດຖະກິດກ່ອນການແຜ່ລະບາດເຊື້ອພະຍາດໂຄວິດ-19 ການຄ້າລະຫວ່າງໜອງຄາຍກັບລາວເຮົາມີຄວາມຄຶກຄື້ນຫຼາຍ ມີລູກຄ້າຈາກລາວທັງຂີ່ເຮືອ ແລະ ຂັບລົດຂ້າມຊາຍແດນເພື່ອເຂົ້າໄປຊື້ສິນຄ້າອຸປະໂພກ-ບໍລິໂພກທົ່ວໄປ ຈາກໜອງຄາຍ, ໃນບາງສວ່ນກໍເດີນທາງໄປອຸດອນ ເພື່ອຊື້ສິນຄ້າຈຳເປັນບາງຊະນິດໃນສູນການຄ້າ ຫຼື ເພື່ອການຜັກຜ່ອນທ່ອງທ່ຽວ.

ແຕ່ການລະບາດຂອງເຊື້ອພະຍາດໂຄວິດ-19 ຍາວນານເຖິງ 2 ປີ ຈຶ່ງເຮັດໃຫ້ປະເທດປິດ ແລະ ມີແຕ່ລົດບັນທຸກເທົ່ານັ້ນທີ່ສາມາດຜ່ານຊາຍແດນໄດ້ ເຊິ່ງມັນສົ່ງຜົນກະທົບຫຼາຍ ໂດຍສະເພາະແມ່ນຕະຫຼາດຕາມຊາຍແດນທ້ອງຖິ່ນໜອງຄາຍ-ລາວ ທີ່ໄດ້ຫຼຸດລົງຫຼາຍກວ່າ 60%.

ເມື່ອການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລ້ວກັບມາເປີດປະເທດອີກ ເຫັນໄດ້ວ່າຄົນລາວເຮົາຫັນມາຊື້ເຄື່ອງໃຊ້ສອຍພາຍໃນປະເທດຫຼາຍຂຶ້ນ ແລະ ຄົນລາວທີ່ຂ້າມໄປອຸດອນນັ້ນເປັນກຸ່ມຄົນທີ່ມີຖານະ ເພື່ອເດີນທາງໄປພົບແພດໝໍ ຫຼື ເພື່ອເຕີມນ້ຳມັນທີ່ລາຄາຖືກກ່ອນໃນລາວ ແລ້ວຈະບໍ່ຊື້ສິນຄ້າທົ່ວໄປ ແຕ່ຈະເລືອກຊື້ສິນຄ້າຈຳເປັນເທົ່ານັ້ນ.

ຄົນລາວທີ່ຈະຂ້າມໄປຊື້ເຄື່ອງຢູ່ໜອງຄາຍ ຫຼື ຕະຫຼາດຊາຍແດນມີໜ້ອຍລົງ ເນື່ອງຈາກຄວາມຍຸ້ງຫຍາກໃນດ້ານການແລກປ່ຽນເງິນຕາ ແລະ ຍັງພົບກັບພາສີທີ່ຈະເອົາສິນຄ້າອອກມາຫຼາຍກວ່າມູນຄ່າ 1.500 ບາດ ຕ້ອງເສຍພາສີອີກ 10% ເຊິ່ງເຮັດໃຫ້ຄົນລາວບໍ່ໄປຊື້ສິນຄ້າຈາກຝັ່ງໄທ ແຕ່ຫັນກັບມາຊື້ສິນຄ້າໃນປະເທດ ເພາະໃນນະຄອນຫຼວງວຽງຈັນ ມີຊຸບເປີມາເກັດ ຫຼື ສູນການຄ້າທີ່ຄົນລາວສາມາດຈັບຈ່າຍໃຊ້ສອຍໄດ້ສະດວກ ແລະ ບໍ່ຈຳເປັນຕ້ອງເດີນທາງໄກ.

ຮອງປະທານຫໍການຄ້າໜອງຄາຍກ່າວຕື່ມອີກວ່າ ໃນອະນາຄົດ ຄົນໄທອາດຈະໄດ້ຂ້າມມາລາວ ເພື່ອມາຊື້ເຄື່ອງໃຊ້ສອຍໃນວຽງຈັນແທນ ຄືກັບຄົນລາວທີ່ໄປຊື້ເຄື່ອງຢູ່ໄທໃນເມື່ອກ່ອນ ກໍເປັນໄປໄດ້.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...