Homeຂ່າວພາຍ​ໃນປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະເລຂາທິການສູນກາງພັກ ສສ ຫວຽດນາມ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະເລຂາທິການສູນກາງພັກ ສສ ຫວຽດນາມ

Published on

ໃນວັນທີ 17 ກໍລະກົດ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 18 ກໍລະກົດ 2022 ນີ້.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວໍ ວັນ ເຖື້ອງ ທີ່ໄດ້ນຳພາຄະນະເດີນທາງມາເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ເຊິ່ງເປັນການປະກອບສ່ວນອັນສຳຄັນເຮັດໃຫ້ການສະເຫລີມ ສະຫລອງ ສອງວັນປະຫວັດສາດດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສາມັກຄີ, ປອງດອງ ອັນແໜ້ນແຟ້ນ, ສະໜິດສະໜົມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ,

ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມກັນນັ້ນ, ສະຫາຍ ຫວໍ ວັນ ເຖື້ອງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນ ທາງມາ ສປປ ລາວ ໃນຄັ້ງນີ້, ກໍຄືແຜນການເຄື່ອນໄຫວເຂົ້າຮ່ວມ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມທັງຢືນຢັນວ່າ ຈະປະ ກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້, ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ຂ່າວ-ພາບ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...