spot_img
Homeຂ່າວພາຍ​ໃນອົດສະຕຣາລີ ບໍ່ມີນະໂຍບາຍຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳ

ອົດສະຕຣາລີ ບໍ່ມີນະໂຍບາຍຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳ

Published on

ລັດຖະບານອົດສະຕຣາລີ ບໍ່ມີນະໂຍບາຍຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳ ຢູ່ພາຍໃນປະເທດ ໂດຍຜ່ານໂຄງການວິຊາ ກະສິກຳ ໃນນັ້ນລວມທັງແຮງງານຈາກ ສປປ ລາວ ນຳ.

ໂດຍອີງຕາມບົດບັນທຶກຜົນຂອງການຕ້ອນຮັບ ແລະ ພົບປະກັນ ລະຫວ່າງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ກັບ ທ່ານ Paul Kelly ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໃນວັນທີ 7 ກໍລະກົດ 2022 ເຊິ່ງທ່ານ ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງສະຖານທູດ ອົດສະຕຣາລີ ທີ່ມີຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕະຫລອດມາ.

ຂະນະທີ່ ທ່ານ Paul Kelly ກໍໄດ້ແຈ້ງຂ່າວກ່ຽວກັບ ວີຊາກະສິກຳ ທີ່ຈະມີແຜນທົດລອງເອົາແຮງງານລາວໄປເຮັດວຽກຢູ່ປະເທດ ອົດສະຕຣາລີ ນັ້ນ ພາຍຫລັງມີການເລືອກຕັ້ງໃນສອງເດືອນຜ່ານມາ ລັດຖະບານຊຸດໃໝ່ຂອງອົດສະຕາລີ ໄດ້ຍົກເລີກນະໂຍບາຍ ກ່ຽວກັບໂຄງການວິຊາກະສິກຳ ໝາຍວ່າ ຈະບໍ່ມີການຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳຢູ່ ອົດສະຕຣາລີ ອີກ ລວມທັງແຮງງານຈາກ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ສະແດງຄວາມເສຍດາຍ ກ່ຽວກັບການຍົກເລີກ ວີຊາກະສິກຳ ດັ່ງກ່າວ ພາຍຫລັງ ໄດ້ຮູ້ຂ່າວວ່າຈະທົດລອງສົ່ງແຮງງານລາວ ໄປເຮັດວຽກຕາມວີຊາກະສິກຳນີ້ ບັນດາຜູ້ອອກແຮງງານລາວກໍໃຫ້ຄວາມສົນໃຈຫລາຍ. ແນວໃດກໍຕາມ ໃນເມື່ອເປັນນະໂຍບາຍຂອງລັດຖະບານຊຸດໃໝ່ ຂອງອົດສະຕຣາລີ ກະຊວງ ຮສສ ກໍເຂົ້າໃຈ ແລະ ຫວັງວ່າຈະມີການຮ່ວມມືໃນການສົ່ງແຮງງານລາວ ໄປອອກແຮງງານຢູ່ປະເທດ ອົດສະຕຣາລີ ໃນຮູບການອື່ນ ໃນການໄປອອກແຮງງານຢູ່ ອົດສະຕາລີ ໃນອະນາຄົດ ເພື່ອຊ່ວຍໃຫ້ແຮງງານລາວສາມາດເກັບກ່ຽວປະສົບການ, ຍົກສູງໃນການພັດທະນາສີມືແຮງງານ ແລະ ການສ້າງລາຍໄດ້ມາໃຫ້ແກ່ຄອບຄົວ ເປັນການປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນ.

ຈາກການພົບປະຄັ້ງນີ້, ທັງສອງປະເທດ ແມ່ນຍັງບໍ່ໄດ້ມີນະໂຍບາຍໃນການທີ່ຈະສົ່ງແຮງງານລາວໄປເຮັດວຽກດ້ານກະສິກຳ ຢູ່ປະເທດ ອົດສະຕຣາລີ ແລະ ຍັງບໍ່ໄດ້ມີການເຊັນ MOU ໃນການຈະຈັດສົ່ງ ເປັນພຽງການຫາລືເບື້ອງຕົ້ນ, ແຕ່ໃນຄວາມເປັນຈິງຂອງສັງຄົມ ແມ່ນໄດ້ມີບາງບໍລິສັດຈຳ ນວນໜຶ່ງ ອອກໂຄສະນາ ກ່ຽວກັບການຈັດສົ່ງແຮງງານ ແລະ ຮັັບແລ່ນເອກະສານ ເພື່ອໄປເຮັດວຽກຢູ່ປະເທດດັ່ງກ່າວ, ສະນັ້ນ ທາງກະຊວງ ຈຶ່ງຝາກເຕືອນພໍ່ແມ່ປະຊາຊົນລາວທຸກຖວ້ນໜ້າ ຫລື ແຮງງານລາວ ທີ່ກຳລັງຈະໄປເຮັດວຽກຟຢູ່ປະເທດອົດສະຕຣາລີ ແມ່ນໃຫ້ສຶກສາຂໍ້ມູນໃຫ້ລະອຽດ ເພາະປັດຈຸບັນ ການຮ່ວມມືກັບປະເທດປາຍທາງ ໃນການຈະຈັດສົ່ງແຮງງານໄປເຮັດວຽກຢ່າງເປັນທາງການນັ້ນ ແມ່ນຍັງບໍ່ທັນມີເທື່ອ, ທັງນີ້ກໍເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຈ້າງງານ ແບບຜິດກົດໝາຍ ແລະ ບໍ່ໄດ້ຮັບການປົກປ້ອງເທົ່າທີ່ຄວນ.

ຂໍ້ມູນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...