Homeຂ່າວພາຍ​ໃນບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາທີ່ເກີດຂຶ້ນ

ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາທີ່ເກີດຂຶ້ນ

Published on

ໃນວັນທີ 13 ກໍລະກົດນີ້ ຜູ້ປະສານງານຂອງບໍລິສັດທາງລົດໄຟລາວ-ຈີນ ໄດ້ອອກມາຊີ້ແຈງກ່ຽວກັບບັນຫາທີ່ເກີດຂຶ້ນຜ່ານມາ ທີ່ໄດ້ມີຄຣິປຈາກເຫດການທີ່ຜູ້ໂດຍສານຖ້າເຂົ້າສະຖານີລົດໄຟ ຢູ່ດ້ານນອກ ແລ້ວໄດ້ຕາກຝົນ, ໂດຍລະບຸວ່າ:

ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ, ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ. ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ.

ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ.

ໃນຕະຫຼອດໄລຍະຜ່ານມາ, ທຸກຄຳຕຳໜິຕິຊົມ ກໍປຽບສະເໝືອນຄວາມເອົາໃຈໃສ່ຂອງທຸກທ່ານ ເປັນສິ່ງທີ່ກະຕຸ້ນໃຫ້ພວກເຮົາຢາກພັດທະນາຕົວເອງໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...