Homeຂ່າວຕ່າງປະເທດກຳປູເຈຍ ຈະຈັດງານມະຫາກຳກິລາ SEA Games 32

ກຳປູເຈຍ ຈະຈັດງານມະຫາກຳກິລາ SEA Games 32

Published on

ກຳປູເຈຍ ຈະຈັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 ໃນປີໜ້າ.

ຕາມ​ຂ່າວ​ຈາກ ຊິນຫົວ ໄດ້ລາຍງານວ່າ: ທ່ານ ຮຸນ ເຊັນ ນາຍົກ ລັດຖະມົນຕີ ກຳປູເຈຍ ຢັ້ງຢືນວ່າ ຈະມີການຈັດງານ ມະຫາກຳກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 32 (SEA Games 32) ແລະ ງານມະຫາກຳ ກິລາ ຄົນພິການ ອາຊີ ຕາເວັນອອກ ສ່ຽງໃຕ້ (ASEAN Para Games 12) ໃນປີ 2023 .

ກອງປະຊຸມ ສະຫະພັນ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ​ໄດ້​ຈັດ​ຂຶ້ນ​ ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ ພະນົມ​ເປັນ, ທ່ານ ຮຸນ ເຊັນ ລະບຸວ່າ: ກຳປູເຈຍ ໄດ້ຖ້າມາ 64 ປີ ເມື່ອຕັດສິນໃຈ ເປັນເຈົ້າພາບ ຈັດງານ SEA Games 32 ແລະ ASEAN Para Games 12 ຫຼັງ​ຈາກ ໄດ້ພາດ ໂອກາດນີ້ ເປັນຫຼາຍເທື່ອ ເພື່ອກະກຽມຢ່າງຄົບຖ້ວນ ແລະ ລະດົມທຸກແຫຼ່ງກຳລັງທີ່ຈຳເປັນ ເພື່ອຈັດເຫດການ ກິລາ ໃຫຍ່ທີ່ສຸດ ໃນພາກພື້ນນີ້ໃຫ້ເປັນຢ່າງດີ ດ້ວຍຄວາມຮັບຜິດຊອບສູງ ​ແລະ ຍິນດີຕ້ອນຮັບແຂກທ່ອງທ່ຽວ ທັງຢູ່ພາຍໃນ ​ແລະ ຕ່າງປະ​ເທດ ​ກໍຄືບັນດາຜູ້ແທນນັກກິລາ ດ້ວຍຄວາມຮັກແພງ ສາມັກຄີ ແລະ ການບໍລິການ ທີ່ດີທີ່ສຸດ ເພື່ອນຳມາເຊິ່ງ ການລົງ ພຶດຕິກຳ ຕົວຈິງ ທີ່ດີ ໃນວິວັດ ການເຂົ້າຮ່ວມ SEA Games 32 ແລະ ASEAN Para Games 12 ໃນປີໜ້າ.

ທັງນີ້ ກຳປູເຈຍ ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ຈະ​ຮັບປະກັນ​ການ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ຫຼາຍ​ພາກ​ພື້ນ​ນີ້ ​ໃຫ້​ປະສົບ​ຜົນສຳ​ເລັດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...