Homeຂ່າວພາຍ​ໃນກົນໂກງທີ່ແນບນຽນຂອງເຈ້ທິບ ຮັບຝາກເງິນໃຫ້ດອກເບ້ຍສູງ ສູບເງິນເຫຍື່ອມາຫາສານຫຼົບໜີ

ກົນໂກງທີ່ແນບນຽນຂອງເຈ້ທິບ ຮັບຝາກເງິນໃຫ້ດອກເບ້ຍສູງ ສູບເງິນເຫຍື່ອມາຫາສານຫຼົບໜີ

Published on

ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸ​ ພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກຳລັງຕ້ອງການຕົວມາດຳເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈຳນວນຫຼາຍພັນຄົນ ຫອບເງິນຈຳນວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022, ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້.

ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື:

  • ເງິນກີບ 2 ໝື່ນລ້ານກີບ
  • ເງິນບາດ 4 ຮ້ອຍລ້ານບາດ
  • ເງິນໂດລາ 4 ລ້ານໂດລາສະຫະລັດ

ຮອດວັນທີ 30 ມິຖຸນາ 2022 ຜູ້ເສຍຫາຍຈຳນວນຫຼາຍໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າ ຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.

ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບໄດ້ເດີນທາງອອກນອກປະເທດຕັ້ງແຕ່ວັນທີ 29 ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບລາວ-ໄທ 1, ໃນປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມເພື່ອນຳມາດຳເນີນຄະດີ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...