spot_img
Homeຂ່າວພາຍ​ໃນບັນດາການນຳຂັ້ນສູງຂອງ ສປປ ລາວໄຫວ້ອາໄລຕໍ່ການເສຍຊີວິດຂອງອະດີດນາຍົກລັດຖະມົນຕີຍີ່ປຸ່ນ

ບັນດາການນຳຂັ້ນສູງຂອງ ສປປ ລາວໄຫວ້ອາໄລຕໍ່ການເສຍຊີວິດຂອງອະດີດນາຍົກລັດຖະມົນຕີຍີ່ປຸ່ນ

Published on

ບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ.

ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ, ເຂົ້າຮ່ວມພິທີໃນຄັ້ງນີ້ ມີ: ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລຳດັບ, ເຊິ່ງເນື້ອໃນການເຊັນປຶ້ມໄຫວ້ອາໄລ ມີຄືດັ່ງນີ້:

1. ຄະນະນໍາໂດຍ ພະນະທ່ານ ນ. ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ມີຄື:

ຕາງໜ້າປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.

ພະນະທ່ານ ອາເບະ ຊິນໂຊ ເປັນນັກການເມືອງທີ່ເຕັມໄປດ້ວຍປະສົບການການເຄື່ອນໄຫວວຽກງານທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນອະດີດການນໍາທີ່ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງ ແລະ ຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ລວມທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ.

ການສູນເສຍອະດີດການນໍາທີ່ສໍາຄັນຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້ ຖືເປັນການສູນເສຍບຸກຄະລາກອນ ແລະ ການນໍາທີ່ສໍາຄັນຂອງຍີ່ປຸ່ນ ແລະ ທັງເປັນການສູນເສຍເພື່ອນມິດທີ່ສໍາຄັນ ຂອງ ສປປ ລາວ. ໃນຊ່ວງເວລາໂສກເສົ້າອາໄລຢ່າງສຸດຊຶ້ງນີ້, ຕາງໜ້າປະຊາຊົນລາວທຸກຖ້ວນໜ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

2. ຄະນະນໍາໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄື:

ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ການຈາກໄປຂອງ ພະນະທ່ານ ອາເບະ ຊິນໂຊ ບໍ່ພຽງແຕ່ເປັນການສູນເສຍອະດີດການນຳທີ່ເຄົາລົບຮັກຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ແຕ່ຍັງເປັນການສູນເສຍເພື່ອນມິດທີ່ໃກ້ຊິດ ແລະ ສະໜິດສະໜົມຂອງ ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າອີກດ້ວຍ.

ຕະຫຼອດຊີວິດການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ, ພະນະທ່ານ ອາເບະ ຊິນໂຊ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນພາລະກິດຮັບໃຊ້ຊາດ ກໍຄືການຍົກສູງບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ລວມທັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື, ໂດຍສະເພາະການຍົກລະດັບສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດມາ.

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ໂດຍສະເພາະ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

 

3. ຄະນະນໍາໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມີຄື:

ຕາງໜ້າຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຢ່າງກະທັນຫັນ ຂອງ ພະນະທ່ານ ອາເບະ ຊິນໂຊ, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ.

ພະນະທ່ານ ອາເບະ ຊິນໂຊ ເປັນຜູ້ນໍາທີ່ມີວິໄສທັດກວ້າງໄກ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຍົກບົດບາດຂອງຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມນັ້ນ ພາຍໃຕ້ການຊີ້ນໍາຂອງ ພະນະທ່ານ ອາເບະ ຊິນໂຊ, ການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ – ຍີ່ປຸ່ນ ໄດ້ຮັບການຮັດແໜ້ນ ແລະ ຍົກລະດັບຂຶ້ນໃຫ້ເປັນ ຄູ່ຮ່ວມຍຸດທະສາດ ທີ່ນໍາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ – ຍີ່ປຸ່ນ.

ໃນບັນຍາກາດອັນໂສກເສົ້າສະຫຼົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ລັດຖະບານຍີ່ປຸ່ນ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ພະນະທ່ານ ອາເບະ ຊິນໂຊ ມານະໂອກາດນີ້ດ້ວຍ.

ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...