Homeຂ່າວພາຍ​ໃນເມືອງນານ ກວດພົບສິນຄ້າ ຫຼາຍກວ່າ 30 ລາຍການ ໝົດອາຍຸ-ສິນຄ້າປອມແປງ

ເມືອງນານ ກວດພົບສິນຄ້າ ຫຼາຍກວ່າ 30 ລາຍການ ໝົດອາຍຸ-ສິນຄ້າປອມແປງ

Published on

ໃນອາທິດຜ່ານມານີ້ ທີ່ຫ້ອງປະຊຸມເມືອງນານ ແຂວງຫຼວງພະບາງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນານ ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ໂດຍມີ ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງໆນານ, ທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ, ນາຍບ້ານ 15 ບ້ານໃນເທດສະບານເມືອງ ພ້ອມດ້ວຍນັກທຸລະກິດຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄດ້ຍົກໃຫ້ເຫັນ 7 ບັນຫາຢູ່ໃນກົດໝາຍດັ່ງກ່າວ ໃຫ້ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ຊົມໃຊ້ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ ເພື່ອຈະໄດ້ນໍາເອົາໄປຈັດຕັ້ງປະຕິບັດເຂົ້າໃນທຸລະກິດໃຫ້ມີຄວາມຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍທີ່ວາງໄວ້, ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ດໍາລັດ 474/ນຍ, ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ທ່ານ ນາງ ມາລີ ທະນົງສັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ໄດ້ລົງກວດກາສິນຄ້າປະເພດຕ່າງໆ ຊຶ່ງໄດ້ພົບເຫັນສິນຄ້າໝົດອາຍຸ, ສິນຄ້າປອມແປງ ຖືກວາງຂາຍຕາມຮ້ານຄ້າຕ່າງໆ ພາຍໃນເມືອງ ລວມມີ 38 ລາຍການ, ສ່ວນໃຫຍ່ແມ່ນສິນຄ້າປະເພດເຄື່ອງດື່ມ ແລະ ແປ້ງນົວ ລວມມູນຄ່າສິນຄ້າທັງໝົດ 17.823.000 ກີບ ຊຶ່ງການປະຕິບັດວຽກງານດັ່ງກ່າວແມ່ນມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກ່ວາເກົ່າ. ໂອກາດດັ່ງກ່າວທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ແລະ ທ່ານຮອງເຈົ້າເມືອງໆນານ ກໍໄດ້ຮຽກຮ້ອງໃຫ້ພະນັກງານ ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເປັນເຈົ້າການ ແລະ ມີສະຕິຕໍ່ການຊົມໃຊ້ສິນຄ້າປະເພດຕ່າງໆ, ຮູ້ຈໍາແນກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ມີຄຸນນະພາບ ໂດຍສະເພາະສິນຄ້າທີ່ໝົດອາຍຸ, ສິນຄ້າທີ່ລັດຄຸ້ມຄອງໃນ 8 ໝວດ 23 ລາຍການ, ຊ່ວຍກັນຄຸ້ມຄອງລາຄາໃຫ້ຖືກຕ້ອງຕາມລະບຽບກໍານົດໄວ້, ພ້ອມກັນເປັນໃຈກາງໃນການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ສືບຕໍ່ຈັດຕັ້ງເຜີຍແຜ່ກົດໝາຍ ແລະ ດໍາລັດດັ່ງກ່າວໃຫ້ຜູ້ປະກອບການພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນສໍາເລັດເປັນຢ່າງດີ.

ໂອກາດນີ້ຄະນະປະທານ ພ້ອມດ້ວຍຜູ້ແທນກອງປະຊຸມກໍໄດ້ຮ່ວມກັນທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງດັ່ງກ່າວ.

ຂ່າວ-ພາບ: ຫຸມແພງ ສີດາໄລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...