spot_img
Homeຂ່າວການພັດທະນາພິທີ ເຊັນສັນຍາຮ່ວມມືເພື່ອຂະຫຍາຍທຸລະກິດ ລະຫວ່າງ ບໍລິສັດຟ້າໃຫຍ່ ມີເດຍຈໍາກັດ-ບໍລິສັດ ພາວ ມິລາໂຄ

ພິທີ ເຊັນສັນຍາຮ່ວມມືເພື່ອຂະຫຍາຍທຸລະກິດ ລະຫວ່າງ ບໍລິສັດຟ້າໃຫຍ່ ມີເດຍຈໍາກັດ-ບໍລິສັດ ພາວ ມິລາໂຄ

Published on

ໃນວັນທີ 8 ກໍລະກົດ 2022 ທີ່ຜ່ານມາ ຢູ່ໂຮງແຮມລາວພາຊາ ໄດ້ມີພິທີ ເຊັນສັນຍາຮ່ວມມືເພື່ອຂະຫຍາຍທຸລະກິດ ສະໝຸນໄພຜັກຄາວທອງ ໃນສປປລາວ ລະຫວ່າງ ບໍລິສັດຟ້າໃຫຍ່ ມີເດຍຈໍາກັດ ກັບ ບໍລິສັດ ພາວ ມິລາໂຄ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສັນທາລັກ ຈ່າສານ ຜູ້ອໍານວຍການໃຫຍ່ ບໍລິສັດ ຟ້າໃຫຍ່ມີເດຍຈໍາກັດ (BigBlue Agency Lao) ກັບ ທ່ານ ອະທິຊາດ ຊຸມນານົນ ຜູ້ອໍານວຍການໃຫຍ່ ບໍລິສັດ ພາວ ມິລາໂຄ(Pow Miracle.,LTD) ໂດຍມີພາກສ່ວນທີ່ກ່ຽວທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ລາວ ມິຣາໂຄ ຈຳກັດ (Pow Miracle co.,LTD) ເປີດເຜີຍວ່າ ບໍລິສັດໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຈຳກັດ (Bigblue Agency Laos) ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫລາດເພື່ອນບ້ານເຊັ່ນ ສປປລາວ ໂດຍການເປັນພັນທະມິດດ້ານການເຮັດການຕະຫລາດ ຜ່ານສື່ໂຄສະນາປະຊາສຳພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫລື BigblueAgency Laos ເຊິ່ງເປັນຜູ້ນໍາໃນດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາອັນດັບຕົ້ນໆໃນ ສປປ ລາວ.

ໂດຍໃນການຮ່ວມມືກັນໃນຄັ້ງນີ້ ພາວມິຣາໂຄ ໄດ້ນຳຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ທັງ ພາວເດີລ່າ (ຜົ້ງຜັກຄາວທອງແບບຊອງ), ພາວ ເຮີເຊ່ິ ແຄັບຊຸນ (ແບບເມັດ) ແລະ ສະເປສີດປາກທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີ ເປັບເປີ້ຟື້ນ ແລະ ສະເປຟື້ນ ມີຕົວຊິນ ຊ່ວຍຕ້ານເຊື້ອໄວຣັດ ຫລຸດບັນຫາໃນກິ່ນປາກ ເຮັດໃຫ້ ,ລົມຫາຍໃຈສົດຊື່ນ ມາວາງຈຳໜ່າຍໃຫ້ກຸ່ມລູກຄ້າໃນເຂດພື້ນທີ່ ສປປລາວ ໄດ້ມີທາງເລືອກໃນການນຳຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສຳພັນຜະລິດຕະພັນເພື່ອສ້າງການຮັບຮູ້ ແລະເນັ້ນຢໍ້າເຖິງປະໂຫຍດຕ່າງໆສອງສະໝຸນໄພຜັກຄາວທອງຜ່ານສື່ໂຄສະນາປະຊາສຳພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫລື (Bigblue Agency Laos )ທີ່ມີຄວບຄຸມທຸກພື້ນທີ່ໃນ ສປປ ລາວ ສໍາລັບ ການຮ່ວມມືກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫລື Bigblue Agency Laos ໃນຄັ້ງນີ້ໝັ້ນໃຈວ່າຊ່ອງທາງການປະຊາສຳພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວຍັງເຊື່ອວ່າຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງເຮົາໄດ້ເປັນຢ່າງດີ ທັງໃນດ້ານຂອງການວິໄຈ ແລະ ພັດທະນາຜະລິດຕະພັນ.

ທັງນີ້ຈາກແນວໂນ້ມກະແສການເບິ່ງແຍງຮັກສາສຸຂະພາບທີ່ມາແຮງ ສົ່ງຜົນໃຫ້ຕະຫລາດເພື່ອສຸຂະພາບຍັງມີສັກກະຍະພາບໃນການເຕີບໂຕໄດ້ຢ່າງຕໍ່ເນື່ອງທັງຈາກລູກຄ້າໃນປະເທດ ແລະ ຕ່າງປະເທດ ຊຶ່ງທີ່ຜ່ານມາຈາກການເຮັດການຕະຫລາດໃນປະເທດໄທ ມີອັດຕາການຂະຫຍາຍຕົວ 30% ສະແດງໃຫ້ເຫັນວ່າຜະລິດຕະພັນເພື່ອສຸຂະພາບໂດຍສະເພາະສະໝຸນໄພຜັກຄາວທອງ ເປັນພືດສະໝຸນໄພທີ່ດີ ແລະ ມີປະໂຫຍດ ອີກທັງຍັງໄດ້ຮັບການຮັບຮອງດ້ວຍງານວິໄຈຈາກຜູ້ຊ່ຽວຊານຂອງບໍລິສັດ ໃນການຄິດຄົ້ນຜະລິດຕະພັນອອກມາ ຕອບໂຈດແນວທາງການດູແລຮັກສາສຸຂະພາບຂອງຜູ້ບໍລິໂພກເປັນຢ່າງດີ.

ສໍາລັບກົນລະຍຸດດ້ານການຕະຫລາດຈາກນີ້ໄປ ບໍລິສັດຈະໃຫ້ຄວາມສໍາຄັນໃນການຂະຫຍາຍຖານທຸລະກິດໄປກຸ່ມປະເທດ CLMV ໃນລັກສະນະຂອງການເປັນພັນທະມິດຮ່ວມກັນ ຊ່ວຍສົ່ງເສີມການຂະຫຍາຍຜ່ານຊ່ອງທາງຕ່າງໆ ເນັ້ນສ້າງການຮັບຮູ້ແບຣນ ເພື່ອເປັນການເຈາະກຸ່ມຜູ້ບໍລິໂພກ ໂດຍໃນການຮ່ວມມືເປັນພັນທະມິດຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫລື Bigblue Agency Laos ຄັ້ງນີ້ຖືວ່າເປັນຈຸດເລີ່ມຕົ້ນຄັ້ງທໍາອິດ ທີ່ຕ້ອງການຂະຫຍາຍທຸລະກິດໄປສູ່ຕະຫລາດຕ່າງປະເທດ ກໍ່ຄື ສປປ ລາວ ທີ່ເຊື່ອວ່າເປັນຕະຫລາດທີ່ມີສັກກາຍະພາບ ລວມເຖິງການໄດ້ພັນທະມິດທີ່ດີ ມາຊ່ວຍເສີມສ້າງຄວາມເຂັ້ມແຂງທາງການຕະຫລາດ.

ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (BigBlue Agency Laos) ເປີດເຜີຍວ່າ:ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນ ອັນດັບຕົ້ນໆໃນ ສປປ ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງເຊັ່ນ: InsideLaos ປັດຈຸບັນມີຜູ້ຕິດຕາມຈໍານວນ 2 ແສນກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດຄວບຄຸມໃນນະຄອນຫລວງວຽງຈັນ ເຊັ່ນ: ໜ້າຕະຫລາດເຊົ້າຊັອບປິງມໍ, ສີ່ແຍກໄຟແດງ ICBC, ໜ້າທາງເຂົ້າສະຖານີລົດໄຟຄວາມໄວສູງ ລາວ-ຈີນ ນອກຈາກນີ້ຍັງມີຢູ່ທີ່ແຂວງສະຫວັນນະເຂດ ຈຸດວົງວຽນໄດໂນເສົາ, ແຂວງຫລວງພະບາງ ແລະ ແຂວງຄໍາມ່ວນ.

“ບໍລິສັດ BigBlue Agency Laos ດໍາເນີນທຸລະກິດມາ 16 ປີ ແລະ ເປັນຜູ້ໃຫ້ບໍລິການທາງດ້ານສື່ໂຄສະນາ ແລະ ປະຊາສໍາພັນອັນດັບຕົ້ນໆຂອງປະເທດ ໃຫ້ບໍລິການປ້າຍໂຄສະນາແມ່ນຢູ່ຕາມຈຸດສໍາຄັນທົ່ວ ສປປລາວ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສໍາຄັນ ເຊັ່ນ: SCG, Heineken, LDB Bank, PTT ແລະ ປັດຈຸບັນຍັງໄດ້ຮັບການຕອບຮັບທີ່ດີຈາກລູກຄ້າເຊັ່ນກັນ” ທ່ານ ສັນທະລັກ ກ່າວ.

ດຣ. ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫຍ່ ບໍລິສັດ ຫລັກຊັບເອພີເອັມລາວ ຈໍາກັດ (APMLAO) ເປີດເຜີຍວ່າ ໃນຖານະທີ່ປຶກສາທາງການເງິນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫລື Bigblue Agency Laos ຮູ້ສຶກຍິນດີທີ່ທັງສອງບໍລິສັດໄດ້ຮ່ວມລົງນາມເຊັນ MOU ໃນຄັ້ງນີ້ ເນື່ອງຈາກທັງສອງບໍລິສັດມີຈຸດແຂງທີ່ຈະເສີມສ້າງເກື້ອກູນກັນ ແລະ ກັນ ທັ້ງນີ້ເຊື່ອວ່າຄວາມຮ່ວມມືໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃນການເສີມສ້າງຄວາມແຂງແກ່ງທັງຍອດຂາຍ ແລະ ລາຍໄດ້ໃຫ້ເຕີບໂຕໃນອະນາຄົດ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...